ເລີ່ມສ້າງໂຮງງານໄຟຟ້ານ້ຳຕົກໃຫຍ່ທີ່ສຸດຢູ່ອາຟຼິກາທີ່ວິສາຫະກິດຈີນເປັນຜູ້ຮັບເໝົາ
2017-08-06 16:44:04  cri 

ວັນທີ 4 ສິງຫານີ້ຕາມເວລາທ້ອງຖິ່ນ ເປັນວັນເລີ່ມສ້າງໂຮງງານໄຟຟ້ານ້ຳຕົກກາກູໂລ ກາບາຊາທີ່ຢູ່ເມືອງດອນໂດແຂວງກວານຈາເໜືອປະເທດອັງໂກລາຢ່າງເປັນທາງການ. ນີ້ແມ່ນໂຮງງານໄຟຟ້ານ້ຳຕົກໃຫຍ່ທີ່ສຸດທີ່ວິສາຫະກິດຈີນຮັບເໝົາກໍ່ສ້າງຢູ່ອາຟຼິກາ.

ໂຮງງານໄຟຟ້າແຫ່ງນີ້ມີກຳລັງຕິດຕັ້ງ 217,2 ເມກາວັດ ໂດຍກຸ່ມບໍລິສັດເກີໂຈ່ປ້າຈຳກັດເປັນຜູ້ກໍ່ສ້າງ ແລະ ໄດ້ຂະໜານນາມວ່າ "ໂຄງການ 3 ຮ່ອມພູຂອງອາຟຼິກາ". ຕາມແຜນການ, ໂຮງງານໄຟຟ້າດັ່ງກ່າວຈະສຳເລັດພາຍໃນ 80 ເດືອນ, ໄລຍະການກໍ່ສ້າງຈະສ້າງວຽກເຮັດງານທຳເກືອບເປັນໝື່ນຕຳແໜ່ງໃຫ້ແກ່ທ້ອງຖິ່ນ. ບໍລິສັດເກີໂຈປ້າຍັງຈະຮັບຜິດຊອບການດຳເນີນງານແລະການປົກປັກຮັກສາເປັນເວລາ 4 ປີ ແລະ ຈະຊ່ວຍຍົກລະດັບນັກວິຊາການຈຳນວນໜຶ່ງໃຫ້ແກ່ອັງໂກລາເພື່ອດຳເນີນຄຸ້ມຄອງໂຮງງານ.

ບົດລາຍງານສະບັບໜຶ່ງທີ່ສຳເລັດໂດຍກະຊວງພະລັງງານນ້ຳອັງໂກລາແລະອົງການສະຫະປະຊາຊາດເພື່ອການພັດທະນາຫຼື UNDP ສະແດງໃຫ້ເຫັນວ່າ, ປີ 2014, ກຳລັງຕິດຕັ້ງທົ່ວປະເທດຂອງອັງໂກລາແມ່ນປະມານ 220 ເມກາວັດ, ແຕ່ສາມາດໃຊ້ຕົວຈິງບໍ່ຮອດ 200 ເມກາວັດ, ອັດຕາປົກຄຸມພະລັງງານໄຟຟ້າມີພຽງແຕ່ 30%ເທົ່ານັ້ນ. ພາຍຫຼັງໂຮງງານໄຟຟ້ານ້ຳຕົກແຫ່ງນີ້ສ້າງສຳເລັດແລ້ວ, ຈະຊ່ວຍອັງໂລລາຫຼຸດຜ່ອນຄວາມຫຍຸ້ງຍາກໃນການສະໜອງໄຟຟ້າ ແລະ ຊຸກຍູ້ການພັດທະນາເສດຖະກິດສັງຄົມຂອງທ້ອງຖິ່ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ