ສະ​ພາ​ຄວາມ​ໝັ້ນ​ຄົງ​ ສ​ປຊ ຜ່ານ​ມະ​ຕິ​ໃໝ່ຂວ້ຳ​ບາດ​​ຕໍ່ ສ​ປ​ປ ເກົາ​ຫຼີ
2017-08-06 16:23:00  cri 
ວັນ​ທີ 5 ສິງ​ຫາ​ນີ້, ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດໄດ້​ຮ່ວມ​ກັນ​ຮັບ​ຮອງ​ມະ​ຕິ​ເລກ 2371 ກ່ຽວ​ກັບ​ການ​ຂວ້ຳ​ບາດ​ຕໍ່​ ສ​ປ​ປ ເກົາ​ຫຼີ, ໂດຍ​ໄດ້ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງ​ຕໍ່ ສ​ປ​ປ ເກົາ​ຫຼີ​​ທີ່ທົດ​ລອງ​ຍິງ​ຂີ​ປະ​ນາ​ວຸດ​ໃນ​ວັນ​ທີ 4 ແລະ​ວັນ​ທີ 28 ກໍ​ລະ​ກົດ​ຜ່ານ​ມາ, ຮຽກ​ຮ້ອງ​ໃຫ້ ສ​ປ​ປ ເກົາ​ຫຼີ​ປະ​ຖິ້ມແຜນ​ການ​​ອາ​ວຸດ​ນິວ​ເຄຼຍ​ແລະຂີ​ປະ​ນາ​ວຸດ, ແລະ​ຕົກ​ລົງ​ປະ​ຕິ​ບັດ​ມາດ​ຕະ​ການ​ຂວ້ຳ​ບາດ​ທີ່​ເຂັ້ນ​ງວດກວ່າ​ເກົ່າ​ຕໍ່ ສ​ປ​ປ ເກົາ​ຫຼີ.

ມະ​ຕິ​ດັ່ງ​ກ່າວ​ແມ່ນ​ອາ​ເມ​ລິ​ກາ​ຍື່ນ​ໃຫ້​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໃນ​ວັນ​ທີ 4 ສິງ​ຫາ​ນີ້​ແລະ​ໄດ້​ຮັບ​ຄວາມ​ເຫັນ​ພ້ອມ​ຈາກ 15 ສະ​ມາ​ຊິກ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງຢ່າງ​ເປັນ​ເອ​ກະ​ພາບ​ກັນ. ມາດ​ຕະ​ການ​ຂວ້ຳ​ບາດ​ສະ​ບັບ​ໃໝ່​ໄດ້​ແນ​ໃສ່​ 4 ຂະ​ແໜງ​ການ​ສົ່ງ​ອອກ​ຂອງ ສ​ປ​ປ ເກົາ​ຫຼີ​ຄື: ຖ່ານ​ຫີນ, ເຫຼັກ​ແລະ​ແຮ່​ເຫຼັກ, ຊືນ​ແລະແຮ່​ຊືນ​, ແລະ​ຜະ​ລິ​ດ​ພັນ​ທະ​ເລ. ນອກ​ຈາກ​ນັ້ນ, ມະ​ຕິ​ດັ່ງ​ກ່າວ​ຍັງ​ຫ້າມ​ບໍ່​ໃຫ້​ປະ​ເທດ​ຕ່າງໆ​ຮັບ​ຈ້າງ​ແຮງ​ງານ​ໃໝ່​​ຈາກ ສ​ປ​ປ ເກົາ​ຫຼີ. ອີງ​ຕາມ​ມະ​ຕິ​ດັ່ງ​ກ່າວ, ມາດ​ຕະ​ການ​ຂວ້ຳ​ບາດໃໝ່​ຈະ​ສົ່ງ​ຜົນ​ເຮັດ​ໃຫ້ ສ​ປ​ປ ເກົາ​ຫຼີ​ຫຼຸດ​ລາຍ​ຮັບ​ຈາກ​ຕ່າງ​ປະ​ເທດ​ຢ່າງ​ໜ້ອຍ 1 ຕື້​ໂດ​ລາ​ຕໍ່​ປີ, ກວມ 1 ສ່ວນ 3 ຂອງຍອດ​ລາຍ​ຮັບ​ການ​ຕ່າງ​ປະ​ເທດ​ຂອງ​ປະ​ເທດ​ດັ່ງ​ກ່າວ.

ມະ​ຕິ​ດັ່ງ​ກ່າວ​ກ່າວ​ຢ້ຳ​ວ່າ​ສະ​ໜັບ​ສະ​ໜູນ​ເປີດ​ການ​ເຈ​ລະ​ຈາ 6 ຝ່າຍ​ຄືນ​ໃໝ່​ແລະ​ບັນ​ລຸ​ແຫຼມ​ເກົາ​ຫຼີ​ປອດ​ອາ​ວຸດ​ນິວ​ເຄຼຍ​ໂດຍ​ຜ່ານ​ສັນ​ຕິ​ວິ​ທີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ