ເກີດ​ອຸ​ບັດ​ເຫດ​ປີກເຮືອ​ບິນຕຳ​ກັນ​ຢູ່​ສະ​ໜາມ​ບິນ​ໂຕ​ຣອນ​ໂຕ​ປະ​ເທດ​ກາ​ນາ​​ດາ
2017-08-07 10:57:43  cri 
ຄະ​ນະ​ກຳ​ມະ​ການ​ຄວາມ​ປອດ​ໄພ​ຄົມ​ມະ​ນາ​ຄົມ​ກາ​ນາ​​ດາ​ເປີ​ດ​ເຜີຍ​ໃນ​ວັນ​ທີ 6 ສິງ​ຫາ​ນີ້​ວ່າ: ​ຢູ່ສະ​ໜາມ​ບິນ​ສາ​ກົນ​ເປຍ​ຊັນເມືອງ​ໂຕ​ຣອນ​ໂຕ​ປະ​ເທດ​​ຂອງ​ຕົນໄດ້​ເກີດ​ອຸ​ບັດ​ເຫດ​ເຮືອ​ບິນ​ໂບ​​ອິງສອງ​ລຳ​ຕຳ​ກັນ​ໃນ​ຄືນ​ວັນ​ທີ 5 ສິງ​ຫາ​ນີ້​ຫຼັງປີກ​ເຮືອ​ບິນ​ສອງ​ລຳ​ນີ້​​ປະ​ທະ​ກັນ​ສົ່ງ​ຜົນ​ເຮັດ​ໃຫ້​ເກີດ​ຄວາມເສຍ​ຫາຍ​ຢ່າງ​ໜັກ​ໜ່ວງ, ແຕ່​ບໍ່​ໄດ້​ສົ່ງ​ຜົນ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ແລະ​ບາດ​ເຈັບ.

ຂ່າວ​ແຈ້ງວ່າ: ອຸ​ບັດ​ເຫດ​ເກີດ​ຂຶ້ນ​ໃນ​ເວ​ລາ 22 ໂມງ​ 18 ນາ​ທີ​ຂອງວັນ​ທີ 5 ສິງ​ຫາ​ນີ້ ໂດຍເຮືອ​ບິນ​ໂດຍ​ສານ​ໂບ​ອິງ 767-300 ​ຂອງ​ບໍ​ລິ​ສັດ​ການ​ບິນ​ກາ​ນາ​ດາ​ເດີນ​ທາງ​ກັບ​ຈາກ​ປະ​ເທດ​ໂດ​ມີ​ນີ​ກັນ ຂະ​ນະ​ທີ່​ລົງ​ຈອດ​ຢູ່​ອາ​ຄານ​ໂດຍ​ສານ 1 ຂອງ​ສະ​ໜາມ​ບິນ​ສາ​ກົນ​ເປຍ​ຊັນ​ໂຕ​ຣອນ​ໂຕ​ກໍ​ໄດ້​ຕຳ​​ເຮືອ​ບິນ​ໂດຍ​ສານ​ໂບ​ອິງ 787 ລຳ​ໜຶ່ງ​ຂອງ​ບໍ​ລິ​ສັດ​ການ​ບິນ​ໂປ​ໂລຍ​ທີ່​ກຳ​ລັງ​ລໍ​ຖ້າ​ຜູ້​ໂດຍ​ສານ. ຫຼັງ​ເກີດ​ເຫດ, ​ເຈົ້າ​ໜ້າ​ທີ່​ສະ​ໜາມ​ບິນ​ໄດ້​ອົບ​ພະ​ຍົບ​ຜູ້​ໂດຍ​ສານ​ໃນ​ເຮືອ​ບິນ​ສອງ​ລຳ​ອອກ​ດ້ວຍ​ຄວາມ​ປອດ​ໄພ​ທັງ​ສືບ​ສວນ​ສອບ​ສວນ​ຫາ​ສາ​ເຫດ​​ຂອງອຸ​ບັດ​ເຫດ​ດັ່ງ​ກ່າວ.

ໂທ​ລະ​ພາບ​ກາ​ນາ​ດາ​ລາຍ​ງານ​ໃນ​ຄືນ​ວັນ​ທີ 6 ສິງ​ຫາ​ນີ້​ວ່າ: ອຸ​ບັດ​ເຫດ​ຄັ້ງ​ນີ້​ອາດ​ຈະ​ເກີດ​ຂຶ້ນ​ເນື່ອງ​ຈາກ​​ພະ​ນັກ​ງານ​ພາກ​ພື້ນ​ດິນ​ສະ​ໜາມ​ບິນ​ຢຸດ​ງານ​ແລະພະ​ນັກ​ງານ​​ທີ່ສະ​ໜາມ​ບິນ​ ຈ້າງ​ຊົ່ວ​ຄາວ​ນັ້ນ​ບໍ່​​ຖະ​ໜັດ​ການ​ປະ​ຕິ​ບັດ​ໜ້າ​ທີ່​ວຽກ​ງານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ