ແຕ່​ປີ 2009-2016, ລາຍ​ຮັບ​​ແຫ່ງ​ຊາດ​ມາ​ເລ​ເຊຍ​ເພີ່ມ​ຂຶ້ນ 50%
2017-08-07 16:07:46  cri 

​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ​ນາ​ຈິບ ຕຸ​ນ ຣາຊັກ ນາຍົກລັດຖະມົນຕີມາ​ເລ​ເຊຍ ​ໄດ້​ຢືນຢັນ​ຢູ່​ນະຄອນຫຼວງກົວ​ລາ​ລຳ​ເປີ​ວ່າ: ນັບ​ແຕ່​ປີ 2009-2016, ຍອດລາຍ​ຮັບ​ແຫ່ງ​ຊາດຂອງປະ​ເທດ​ຕົນ​ໄດ້​​ເພີ່ມ​ຂຶ້ນ​ເກືອບ 50% ​ແລະ​ສາມາດ​ສ້າງຕຳ​ແໜ່​ງ​ວຽກ​ເຮັດ​ງານ​ທຳໄດ້ 2.260.000 ຕຳ​ແໜ່​ງ.

ທ່ານນາຈິບ ຊີ້ໃຫ້ເຫັນວ່າ: ລັດຖະບານໄດ້ນຳໃຊ້ຫຼາຍມາດຕະການທັງການປະຕິຮູບ ເພື່ອຮັບປະກັນໃຫ້ວິສາຫະກິດ ແລະ ນັກທຸລະກິດ​ໄດ້​ຮັບ​ການພັດທະນາເຕີບໂຕ ເຊິ່ງເຮັດ​ໃຫ້​ປະ​ເທດ​ຕົນ​ກາຍ​ເປັນ​ປະ​ເທດ​​ໃຫ້​ຄວາມ​ສຳຄັນ​ຕໍ່​ການ​ຄ້າ. ຂະນະ​ທີ່​ອົງການ​ກອງ​ທຶນ​ເງິນຕາ​ສາກົນ ຫຼື IMF ກໍ​ເຫັນ​ວ່າ ປະ​ເທດ​ຕົນ​ແມ່ນ​ກຸ່ມ​ເສດຖະກິດ​ທີ່​ພັດທະນາ​ເຕີບ​ໂຕ​ໄວ​ກວ່າ​ໝູ່​ໃນ​ພາກ​ພື້ນ ​ແລະ ຫຼາຍອົງການ​ຈັດຕັ້ງສາກົນ​ກໍ​ເຫັນ​ວ່າ ລັດຖະບານ​ປະ​ເທດ​ຕົນ​ມີ​ຄວາມ​ສາມາດ ​​ໃນ​ການ​ຄຸ້ມ​ຄອງ​ເສດຖະກິດ​ມະຫາ​ພາກຢ່າງ​ສົມບູນ ທັງ​ສາມາດ​ຫັນປ່ຽນ​ໂຄງ​ປະກອບ​ເສດຖະກິດປະສົບ​ຜົນສຳ​ເລັດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ