ກູ​​ເກິ​ນ​ແລະ​ທວິດ​ເຕີ​ພ້ອມ​ສະໜອງ​ນະ​ໂຍບາຍ​ອິນ​ໂດ​ເນ​ເຊຍ​ກຳຈັດ​ເນື້ອ​ໃນ​​ບໍ່​ດີ​ຢູ່​ເວັບ​ໄຊ
2017-08-07 16:09:24  cri 

ກະຊວງ​ການ​ສື່ສານ​ແລະ​ເຕັກນິກຂໍ້ມູນ​ຂ່າວສານອິນ​ໂດ​ເນ​ເຊຍ ​ໄດ້​ປະກາດ​ຢູ່​ນະຄອນຫຼວງຈາ​ກາ​ຕາ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ສອງ​ບໍລິສັດ​ອິນ​ເຕີ​ເນັດ​ອາ​ເມ​ລິ​ກາ ຄື ກູ​​ເກິ​ນ ​ແລະ ທວິດ​ເຕີ ຈະ​ຊ່ວຍ​ປະ​ເທດ​ຕົນ​ກຳຈັດ​ເນື້ອ​ໃນ​ບໍ່​ດີ​ແລະ​ຜິດ​ກົດ​ລະບຽບກໍ​ຄືກົດໝາຍ​ຢູ່​​ເວັບ​ໄຊ​ຕ່າງໆ.

ຂ່າວ​ລາຍ​ງານ​ວ່າ, ​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານຣູດຽນຕາຣາ ລັດຖະມົນຕີ​ກະຊວງ​ການ​ສື່ສານ​ແລະ​​ເຕັກ​ນິກຂໍ້​ມູນ​ຂ່າວສານ​ອິນ​ໂດ​ເນ​ເຊຍ ​ໄດ້​​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວຫຼັງພົບ​ປະ​ກັບ​ເຈົ້າໜ້າ​ທີ່​ບໍລິສັດ​ກູ​ເກິ​ນ ​ແລະ ທວິດ​ເຕີ ທີ່​ຮັບຜິດຊອບ​ພາກ​ພື້ນ​ອາຊີ​ປາຊີ​ຟິກ ວ່າ: ກະຊວງ​ຕົນ​ແລະ​ບໍລິສັດ​ກູ​​ເກິ​ນຈະ​ດຳ​ເນີນ​ແຜນການ Trusted Flagger ​ເຊິ່ງປັດຈຸ​ບັນ​ພວມ​ຢູ່​ໃນ​ໄລຍະ​ທົດ​ລອງ ​ແລະຄາດ​ວ່າຈະ​ເລີ່​ມ​ຢ່າງ​ເປັນ​ທາງ​ການ​ໃນ​ອີກ 2-3 ​ເດືອນ​ຂ້າງ​ໜ້າ.

​ແຜນການ​ດັ່ງກ່າວ​ແມ່ນ​ໂຄງການ​ຄຸ້ມ​ຄອງ​ເນື້ອ​ໃນ​ຂອງ​ກູ​​ເກິ​ນ ​ໂດຍ​ໃຫ້​ອາສາ​ສະໝັກ​ກວດກາ​ເນື້ອ​ໃນອິດສະຫຼະ​ແລະ​ໝາຍ​ໄວ້. ຈາກ​ນັ້ນ, ​ກູ​​ເກິ​ນຈະ​ກວດກາ​ເນື້ອ​ໃນ​ເຫຼົ່ານີ້​​ຕາມບຸລິມະສິດວ່າ​ໄດ້​ລະ​ເມີດ​ກົດ​ລະບຽບ​ຂອງ​ຕົນຫຼືບໍ່ ທັງ​​ຕົກລົງ​ວ່າຈະ​ເພີ່ມ​ຕື່ມ​ຂໍ້​ຈຳກັດ​ອາຍຸ​ຜູ້​ເປີດ​ອ່ານ ຫຼືບໍ່ ຫຼືຈະ​ລຶບ​ເນື້ອ​ໃນ​ອອກ​. ຖ້າ​ສາມາດ​ປະຕິບັດ​ຕາມ​ກຳນົດ​ເວລາ, ອິນ​ໂດ​ເນ​ເຊຍ​ກໍຈະ​ເປັນປະ​ເທດ​ທຳ​ອິດ​ທີ່​ເລີ່​ມດຳ​ເນີນ​ແຜນການ​ດັ່ງກ່າວ​ໃນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ