ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ​ແລະ​ລາວ​ພົບ​ປະ​ກັນ​ຢູ່​ຟີ​ລິບ​ປີນ
2017-08-07 10:51:41  cri 

 


ວັນ​ທີ 6 ສິງ​ຫາ​ນີ້, ທ່ານ​ຫວາ​ງ​ຢີ້ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ສະ​ເຫຼີມ​ໄຊ ກົມ​ມະ​ສິດ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລາວ​ຢູ່​ນະ​ຄອນ​ຫຼວງ​ມະ​ນີ​ລາ ປະ​ເທດ​ຟີ​ລິບ​ປີນກ່ອນ​ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​.
ທ່ານ​ຫວາງ​ຢີ້​ກ່າວ​ວ່າ, ຈີນ​ແລະ​ລາວ​ໄດ້​ເຂົ້າ​ໃຈ​, ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ແລະ​ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ຕະ​ຫຼອດ​ມາ, ຈີນ​ຍິນ​ດີ​ສືບ​ຕໍ່​ຊ່ວຍ​ເຫຼືອ​ລາວ​ເລັ່​ງ​ພັດ​ທະ​ນາ​ປະ​ເທດ​ຊາດ​ແລະ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ. ປີ​ຜ່ານ​ມາ​ສອງ​ປະ​ເທດ​ໄດ້​ຮ່ວມ​ມື​ຢ່າງ​ໃກ້​ຊິດ, ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ແລະ​ໄດ້​ຊຸກ​ຍູ້ສາຍ​ພົວ​ພັນ​ລະ​ຫວ່າງ​ຈີນ-ລາວ​ແລະ​ຈີນ-ອາ​ຊຽນ​​ໃຫ້ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃໝ່. ​ແນວ​ໃດ​ກໍ​ດີຫວັງ​ວ່າ​ກອງ​ປະ​ຊຸ​ມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຕ່າງໆ​ຂອງ​ການ​ຮ່ວມ​ມື​ອາ​ຊີ​ຕາ​ເວັນ​ອອກ​ຈະ​ສອດ​ຄ່ອງ​ກັບ​ໝາກ​ຜົນ​ທີ່​ສຳ​ຄັນ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ອາ​ຊຽນລວມ​ທັງ​ບັນ​ຫາ​ທ​ະ​ເລ​ຈີນ​ໃຕ້​ຢ່າງ​ພາ​ວະ​ວິ​ໄສ, ​ເພື່ອສົ່ງ​ສັນ​ຍານ​ທີ່​ດີ​ໃຫ້​ແກ່​ຝ່າຍນອກ.

ທ່ານ​ສະ​ເຫຼີມ​ໄຊ ກ່າວ​ວ່າ, ລາວ​ຈີນ​ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທີ່​ມີ​ໄມ​ຕີ​ຈິດ​ຍາວ​ນານ, ​ມີການ​ໄປ​ມາ​ຫາ​ສູ່​ກັນ​ລະ​ດັບ​ສູງ​ເລື້ອຍໆ. ທັງ​ຂອບ​ໃຈ​​ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ຈີນທີ່​ຊ່ວຍ​ເຫຼືອ​ແລະ​ສະ​ໜັບ​ສະ​ໜູນ​ການ​ພັດ​ທະ​ນາລາວ, ລວມ​ທັງ​ສະ​ໜັບ​ສະ​ໜູ​ນ​ວຽກ​ງານ​ຂອງ​ລາວ​ໃນ​ຖາ​ນະ​ເປັນ​ປະ​ເທດ​ປະ​ທານ​ໝູນ​ວຽນ​ອາ​ຊຽນ​ໃນ​ປີ​ຜ່ານ​ມາ. ລາວ​ຈະ​ຮ່ວມ​ກັບ​ຈີນ​ແລະ​ປະ​ເທດ​ອາ​ຊຽນ, ຈັດ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ການ​ຮ່ວມ​ມື​ອາ​ຊີ​ຕາ​ເວັນ​ອອກ​ໃຫ້​ດີ, ຫຼີກ​ເວັ້ນ​ບໍ່​ໃຫ້​ປັດ​ໄຈ​ຫຍໍ້​ທໍ້​ຈຳ​ນວນ​ໜຶ່ງ​ກະ​ທົບ​ຕໍ່​ທ່າ​ອຽງ​ຂະ​ຫຍາຍ​ຕົວສາຍ​ພົວ​ພັນ​ທີ່​ດີ​ງາມ​ຂອງ​ສອງ​ຝ່າຍ.

 

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ