ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ກ່າວ​ວ່າ​ສາ​ມາດ​ຟື້ນ​ຟູ​ການ​ເຈ​ລະ​ຈາ​ເປັນ​ປົກ​ກະ​ຕິ​​ກັບ​ອາ​ເມ​ລິ​ກາ​ແຕ່​ຕ້ອງ​ມີ​ເງື່ອນ​ໄຂ
2017-08-07 10:43:51  cri 
ທ່ານ​ເຊີ​ເກ ລາ​ຟ​ຣົ​ຟ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ກ່າວ​ທີ່​ນະ​ຄອນຫຼວງ​ມະ​ນີ​ລາ​ປະ​ເທດ​ຟີ​ລິບ​ປິນ​ໃນ​ວັນ​ທີ 6 ສິງ​ຫາ​ນີ້​ວ່າ, ຖ້າ​ອາ​ເມ​ລິ​ກາ "ປະ​ທ່າ​ທີ​ເປັນ​ປໍ​ລະ​ປັກ​ກັບ​ຣັດ​ເຊຍ", ​ປະ​ເທດ​ຕົນ​ກໍ​ກຽມ​ຈະ​ຟື້ນ​ຟູ​ການເຈ​ລະ​ຈາ​ແບບ​ປົກ​ກະ​ຕິ​.

ທ່ານ​ລາ​ຟ​ຣົ​ຟ​​ກ່າວ​ໃນ​ຂະ​ນະ​ທີ່​ເຈ​ລະ​ຈາ​ກັບ​ທ່ານ​ເຣກ ຕີ​ເລີ​ຊັນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ ໃນ​ໂອ​ກາດ​ທີ່ທັງ​ສອງ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ ໃນ​ວັນ​ທີ 6 ສິງ​ຫານີ້.

ທ່ານ​ລາ​ຟ​ຣົ​ຟ​ເປີດ​ເຜີຍ​ຕໍ່​ສື່ມວນ​ຊົນຫຼັງ​ການ​ເຈ​ລະ​ຈາ​ວ່າ, ​ໄດ້​ປຶກ​ສາ​ຫາ​ລື​ກັບ​ທ່ານ​ຕີ​ເລີ​ຊັນ​ເປັນ​ເວ​ລາ​ດົນ​ນານ ໂດຍທ່ານ​ຕີ​ເລີ​ຊັນ​ຢາກ​ຮູ້​ລາຍ​ລະ​ອຽດ​​ໃນມາດ​ຕະ​ການ​ຕ້ານ​ການ​ຂວ້ຳ​ບາດ​ຂອງ​ອາ​ເມ​ລິ​ກາ​​ຕໍ່​ຣັດ​ເຊຍ ແລະ​ຣັດ​ເຊຍ​ໄດ້​ອະ​ທິ​ບາຍ​ເລື່ອງ​ນີ້​ຕາມຫຼັງ. ທ່ານ​ລາ​ຟ​ຣົ​ຟ​ກ່າວ​ວ່າ, ມົ​ສ​ກູ​ກຽມ​ພ້ອມ​ແລ້ວ​ຈະ​ຟື້ນ​ຟູ​ການ​ເຈ​ລະ​ຈາ​ເປັນ​ປົກ​ກະ​ຕິ​ກັບ​ອາ​ເມ​ລິ​ກາ, ແຕ່​ເງື່ອນ​ໄຂກໍ​ຄືວໍ​ຊິງ​ຕັນ​ຕ້ອງ "ປະ​​ທ່າ​ທີ​ເປັນ​ປໍ​ລະ​ປັກ​ກັບ​ຣັດ​ເຊຍ".
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ