ຈະ​ເປີດ​ຖ້ຽວ​ບິນ​ໂດຍ​ກົງ​ຊີ​ອ່ານ-​​ເຊ​ບູໃນ​ໄວໆ​ນີ້
2017-08-08 13:13:17  cri 
ທ່ານ​ນາງ ເຈ​ນີ​ຊິ​ສ​ເຣ​ໂນ​ສ ເຈົ້າ​ໜ້າ​ທີ່​ສຳ​ນັກ​ງານ​ກະ​ຊວງ​ທ່ອງ​ທ່ຽວ​ຟີ​ລິບ​ປິນ​ປະ​ຈຳ​ນະ​ຄອນຫຼວງ​ປັກ​ກິ່ງ​ຢືນ​ຢັນ​ຢູ່​ເມືອງ​ຊີ່​ອ່ານ ສ​ປ ຈີນ​ເມື່ອ​ມໍ່ໆ​ນີ້​ວ່າ: ພ້ອມ​ເປີດ​ຖ້ຽວ​ບິນ​ໂດຍ​ກົງ​ຈາກ​ຊີ່​ອ່ານ​ຈີນ​ຫາ​ເມືອງ​ເຊ​ບູ​ຟີ​ລິບ​ປິນ​​ໃນ​ໄວໆ​ນີ້.

ນາງ​ເຈ​ນີ​ຊິ​ສ​ເຣ​ໂນ​ສຢືນ​ຢັນ​ວ່າ ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​ໄດ້​ຊຸກ​ຍູ້​ການ​ພັດ​ທະ​ນາຂະ​ແໜງ​ການ​ທ່ອງ​ທ່ຽວ, ຈາກ​ນີ້, ຈິ່ງ​ເຮັດ​ໃຫ້​ການ​ພັດ​ທະ​ນາ​ເສັ້ນ​ທາງ​ການ​ບິນ​ລະ​ຫວ່າງ​ຈີນ​ກັບ​ຟີ​ລິບ​ປິນ​ດຳ​ເນີນ​ໄປ​​ໄດ້​ດີ​ທີ່​ສຸດ ທັງ​ໄດ້​ສົ່ງ​ເສີມ​ການ​ລົງ​ທຶນ​ໃນ​ໂຄງ​ການ​ທ່ອງ​ທ່ຽວ. ​ແນວ​ໃດ​ກໍ​ດີຫວັງ​ວ່າ ປີ​ນີ້​ຈະ​ມີ​ນັກ​ທ່ອງ​ທ່ຽວ​ຈີນ​ໄປ​ທ່ຽວ​ປະ​ເທດ​ຕົນ​ເຖິງ 1.000.000 ຄົນ​ແລະຈະ​ເນັ້ນ​ນຳ​ສະ​ເໜີ​ແຫຼ່ງ​ທ່ອງ​ທ່ຽວ​ສອງ​ແຫ່ງ​ຄື​ເຊ​ບູ​ແລະໂບ​ໂຮນ.

ປັດ​ຈຸ​ບັນ, ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ໄດ້​ກາຍ​ເປັນ​​ເປົ້າ​ໝາຍແຫຼ່ງ​ທ່ອງ​ທ່ຽວທີ່​ນັກ​ທ່ອງ​ທ່ຽວ​ຈີນ​ນິ​ຍົມ​ໄປ​ທ່ຽວ​ໂດຍ​ເຫັນ​ໄດ້​ໃນແຕ່​ລະ​ອາ​ທິດ​ມີ 2700 ຖ້​ຽວ​ບິນ​ລະ​ຫວ່າງ​ຈີນ​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ