ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນສະ​ແດງຈຸດ​ຢືນໃນ​ການ​ຫາ​ລື​ກົດ​ແຫ່ງ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ໃນ​ທະ​ເລ​ຈີນ​ໃຕ້
2017-08-08 13:21:23  cri 
ວັນ​ທີ 7 ສິງ​ຫາ​ນີ້, ທ່ານ​ຫວາງ​ຢີ້ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງກອງ​ປະ​ຊຸມ​ສຸດຍອດ​ອາ​ຊີ​ຕາ​ເວັນ​ອອກ​ຄັ້ງ​ທີ 7 ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ມະ​ນີ​ລາ​ປະ​ເທດ​ຟີ​ລິບ​ປິນ​ແລະ​ໃນໂອ​ກາດ​ດັ່ງ​ກ່າວ, ​ທ່ານ​ໄດ້​ກ່າວ​ເຖິງກໍ​ລະ​ນີ​ຖ້ອຍ​ຄຳ​ທີ່​ບໍ່​​ມີ​ມູນ​ຄ​ວາມ​ຈິງ​​ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຈີນ​ໃຕ້​ທີ່ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ບາງ​ປະ​ເທດ​ກ່າວ​ໃນ​ການ​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ​ນັ້ນ​ໂດຍໄດ້​ຊີ້​ແຈງ​​ເຖິງຈຸດ​ຢືນຫຼັກ​ການ​ຂອງ​ຈີນ ວ່າ:  ສະ​ຖາ​ນະ​ການ​ຢູ່​ທະ​ເລ​ຈີນ​ໃຕ້​ໃນ​ປີ​ນີ້​ຕ່າງ​ກັບ​ຜ່ານ​ມາ​ແລ້ວ​ແລະຈາກ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ຂອງ​ຈີນ​ແລະ​ບັນ​ດາ​ປະ​ເທດ​ໃນ​ອາ​ຊຽນ, ສະ​ຖາ​ນະ​ການ​ຢູ່​ທະ​ເລ​ຈີນ​ໃຕ້​ມີ​ທ່ວງ​ທ່າ​ໝັ້ນ​ທ່ຽງ​ຂຶ້ນ ແລະ​ກຳ​ລັງ​ຂະ​ຫຍາຍ​ຕົວ​ໄປ​ຕາ​ມ​ທ່າ​ອ່ຽງ​ທີ່​ດີ​ຢ່າງ​ຈະ​ແຈ້ງ. ໃນ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ-ອາ​ຊຽນ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 6 ສິງ​ຫາ​ນີ້, ບັນ​ດາ​ປະ​ເທດ​ໃນ​ອາ​ຊຽນ​ລ້ວນ​ແຕ່​ໄດ້​ຕັ້ງ​ໜ້າ​​ຕີ​ລາ​ຄາ​ສະ​ຖາ​ນະ​ການ​ຢູ່​ທະ​ເລ​ຈີນ​ໃຕ້ໃນ​ປັດ​ຈຸ​ບັນ​ຄື​ໄດ້ຫຼຸດ​ຜ່ອນຄວາມ​ເຄັ່ງ​ຕຶງ​ລົງ​​ທັງ​ໄດ້​ເປັນ​ເອ​ກະ​ພາບ​ກັ​ນ​ຮັບ​ຮອງ​ເອົາ​ຂອບ​ກົດ​ແຫ່ງ​ການ​ປະ​ພຶ​ດ​ຢູ່​ທະ​ເລ​ຈີນ​ໃຕ້ ເຊິ່ງ​ນີ້​ ຄື​ຄວາມ​ເຫັນ​ຂອງ​ປະ​ເທດ​ສ່ວນ​ໃຫຍ່​ໃນ​ພາກ​ພື້ນ​ປັດ​ຈຸ​ບັນ. ພວກ​ຂ້າ​ພະ​ເຈົ້າ​ຫວັງ​ວ່າ ປະ​ເທດນອກ​ພາກ​ພື້ນ​ດັ່ງ​ກ່າວ​ຈະ​ສາ​ມາດ​ເຫັນ​ຢ່າງ​ພາ​ວະ​ວິ​ໄສ​ເຖິງ​ການ​ປ່ຽນ​ແປງ​ສະ​ຖາ​ນະ​ການ​ໃນ​ທະ​ເລ​ຈີນ​ໃຕ້​ໃນ​ໜຶ່ງ​ປີ​ຜ່ານ​ມາທີ່​ໄປ​ໃນ​ທາງບວກ ທັງ​ເຄົາ​ລົບ​ ຄວາມ​ພະ​ຍາ​ຍາມ​ຂອງ​ຈີນ​ແລະ​ບັນ​ດາ​ປະ​ເທດ​ໃນ​ອາ​ຊຽນ​ເພື່ອ​ເລື່ອງ​ນີ້.

ທ່ານ​ຫວາງ​ຢີ້​ກ່າວ​ຕື່ມ​ວ່າ: ຈີນ​ແລະ​ປະ​ເທດ​ໃນ​ອາ​ຊຽນ​ມີ​ຄວາມ​ສາ​ມາດ​ແລະ​ສະ​​ຕິ​ປັນ​ຍາ​ໃນ​ການ​ເຈ​ລະ​ຈາ​ເພື່ອ​ບັນ​ລຸ​ກົດ​ແຫ່ງ​ການ​ປະ​ພຶດ​ຢູ່​ທະ​ເລ​ຈີນ​ໃຕ້ ທີ່​ສາ​ມາດ​ຄວບ​ຄຸມ​ຄວາມ​ຂັດ​ແຍ້ງ​ໄດ້​ແລະ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ພາກ​ພື້ນ. ພວກ​ຂ້າ​ພະ​ເຈົ້າ​ບໍ່​ຫວັງ​ໃຫ້​ປະ​ເທດ​ນອກ​ພາກ​ພື້ນ​ວິ​ຈານ​ຢ່າງ​ຂາດ​ຄວາມ​ຮັບ​ຜິດ​ຊອບ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ໃນເຈດ​ຕະ​ນາ​ຢາກ​ເປັນ​ຜູ້​ຊີ້​ນຳ​ບັນ​ຫາ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ