​ຈັດກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊຽນ​ບວກ 3 ຢູ່​ມະ​ນີ​ລາ
2017-08-08 13:25:24  cri 
ວັນ​ທີ 7 ສິງ​ຫາ​ນີ້, ທ່ານ​ຫວາງ​ຢີ້ ລັດ​ຖະ​ມົນ​ຕີ​ການ​ຕ່າ​ງ​ປະ​ເທດ​ຈີ​ນ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊຽນ,ຈີນ,ຍີ່​ປຸ່ນແລະ​ສ ເກົາຫຼີຫຼື​ອາ​ຊຽນ​ບວກ3ຢູ່​ນະ​ຄອນຫຼວງ​ມະ​ນີ​ລາ​ປະ​ເທດ​ຟີ​ລິບ​ປິນ.

ທ່ານ​ຫວາງ​ຢີ້​ຢືນ​ຢັນ​ວ່າ: ຈີນ​ເປັນ​ຜູ້​ມີ​ສ່ວນ​ຮ່ວມ​ຢ່າງ​ຕັ້ງ​ໜ້າ​ແລະ​ຊຸກ​ຍູ້​ການ​ຮ່ວມ​ມື​ອາ​ຊີ​ຕາ​ເວັນ​ອອກ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ. ພາຍ​ໃຕ້​ສະ​ພາບ​ລັດ​ທິ​ປົກ​ປ້ອງ​ການ​ຄ້າທີ່​ມີ​ທ່າ​ອ່ຽງ​ຟື້ນ​ຂຶ້ນ​ໃນ​ປັດ​ຈຸ​ບັນ, ​ກົນ​ໄກອາ​ຊຽນບວກ3ຄວນແບກ​​ຫາບໜ້າ​ທີ່​ສຳ​ຄັນ​ໃນ​ການ​ເປັນ​ຊ່ອງ​ທາງຫຼັກ​ແຫ່ງ​ການ​ຮ່ວມ​ມື​ໃນ​ອາ​ຊີ​ຕາ​ເວັນ​ອອກ​ໂດຍ​ລົງ​ເລິກ​ການ​ຮ່ວມ​ມື​ທີ່​ແທດ​ເໝາະ ຕົວ​ຈິງ​ໃນ 6 ດ້ານ ເພື່ອ​ ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ອາ​ຊຽນບວກ 3 ໃຫ້​ຂະ​ຫຍາຍ​ຕົວ​ຂຶ້ນ​ສູງກວ່າ​ເກົ່າ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ບັນ​ດາ​ປະ​ເທດ​ໃນ​ອາ​ຊຽນ​ໄດ້​ຢືນ​ຢັນ​ຢ່າງ​ເຕັມ​ສ່ວນ​ເຖິງ​ບົດ​ບາດ​ຂອງ​ກົນ​ໄກ​ອາ​ຊຽນ​ບວກ 3 ໃນ​ການ​ເປັນ​ຊ່ອງ​ທາງຫຼັກ​ແຫ່ງ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ ທັງ​ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າ​ຕໍ່​ຜົນ​ສຳ​ເລັດ​ຢ່າງຫຼວງຫຼາຍ​ຂອງ​ການ​ຮ່ວມ​ມື​ລະ​ຫວ່າງ​ອາ​ຊຽນ​ບວກ 3, ຂະ​ນະ​ດຽວ​ກັນ​ກໍ​ຫວັງ​ວ່າ​ຈີນ,ຍີ່​ປຸ່ນ​ແລະ​ສ ເກົາຫຼີ​ຈະ​ສືບ​ຕໍ່​ເພີ່ມ​ການ​ລົງ​ທຶນ​ເພື່ອ​ຊ່ວຍ​ອາ​ຊຽນ​ບັນ​ລຸ​ການ​ພັດ​ທະ​ນາ​ແລະ​ຈະ​ເລີນ​ເຕີບ​ໂຕ​ຮ່ວມ​ກັນ ທັງ​ຫວັງ​ວ່າ ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ບວກ3ທີ່​ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ມະນີ​ລາ​ໃນ​ເດືອນ​ພະ​ຈິກ​ປີ​ນີ້​ຈະ​ໄດ້​ຮັບ​ຜົນ​ສຳ​ເລັດ​ຕົວ​ຈິງຫຼາຍກວ່າ​ເກົ່າ​ທັງລົງ​ເລິກ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດ​ຖະ​ກິດ​, ການ​ທະ​ນາ​ຄານ, ພື້ນ​ຖານ​ໂຄງ​ລ່າງ, ວັດ​ທະ​ນະ​ທຳ​ແລະ​ອື່ນໆ ທັງ​ຮັບ​ມື​ກັບ​ໄພ​ຂົ່ມ​ຂູ່​​ຄວາມ​ໝັ້ນ​ຄົງ​ແບບ​ໃໝ່​ເຊັ່ນ​ລັດ​ທິ​ກໍ່​ການ​ຮ້າຍ​ໃຫ້​ມີ​ປະ​ສິດ​ທິ​ຜົນຫຼາຍກວ່​າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ