ປະ​ທານ​ປະ​ເທດ​ຈີນ​ສົ່ງ​ໂທ​ລະ​ເລກ​ຊົມ​ເຊີຍ​ວັນ​ສ້າງ​ຕັ້ງ​ອາ​ຊຽນ​ຄົບ​ຮອບ 50 ປີ​
2017-08-08 15:15:23  cri 
ວັນ​ທີ 8 ສິງ​ຫາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ໂທ​ລະ​ເລກ​ເຖິງທ່ານ​ໂຣດ​ຣີ​ໂກ ດູ​ເຕີ​ເຕ ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປິນ ປະ​ເທດ​ປະ​ທານ​ໝູນ​ວຽນ​ອາ​ຊຽນ​ເພື່ອ​ສະ​ແດງ​ຄວາມ​ຊົມ​ເຊີຍ​ວັນ​ສ້າງ​ຕັ້ງ​ອາ​ຊຽນ​ຄົບ​ຮອບ 50 ປີ. ໂທ​ລະ​ເລກ​ມີ​ເນື້ອ​ໃນວ່າ:

ເນື່ອງ​ໃນ​ໂອ​ກາດ​ອາ​ຊຽນ​ສ້າງ​ຕັ້ງ​ຂຶ້ນ​​ຄົບ​ຮອບ 50 ປີ, ຂ້າ​ພະ​ເຈົ້າ​ຂໍ​ຕາງ​ໜ້າ​ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ຈີນ ແລະ​ໃນ​ນາມ​ສ່ວນ​ຕົວ ແລະ​ຜ່ານ​ຈາກ​ທ່ານ​ຂໍ​ສົ່ງ​ຄວາມ​ຊົມ​ເຊີຍລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ອາ​ຊຽນ​ຢ່າງ​ສຸດ​ໃຈ. 

ຕະຫຼອດ​ໄລ​ຍະ​ເຄິ່ງ​ສະ​ຕະ​ວັດ​ທີ່​ອາ​ຊຽນ​ສ້າງ​ຕັ້ງ​ຂຶ້ນ​ມາ​ນີ້, ອາ​ຊຽນ​ໄດ້​ເຕີບ​ໃຫຍ່​ຂະ​ຫ​ຍາຍ​ຕົວ​ຢ່າງ​ຕໍ່​ເນື່ອງ​ແລະ​​ສຳ​ເລັດ​ການ​ສ້າງ​ປະ​ຊາ​ຄົມ​ຂຶ້ນ ເຊິ່ງ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ໃນ​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ ຈົນ​ໄດ້​ກາຍ​ເປັນ​ກຳ​ລັງ​ທີ່​ມີ​ລັກ​ສະ​ນະ​ຕົວ​ແທນ​ແງ່​ໜຶ່ງ​ໃນ​ຂະ​ບວນ​ການ​ພັດ​ທະ​ນາ​ຫັນ​ເປັນຫຼາຍ​ຂົ້ວ​ຂອງ​ໂລກ. ​ນະ​ໂອ​ກາດ​ນີ້,ຈີນ​ຂໍ​ອວຍ​ພອນ​ໃຫ້​​ການ​ສ້າງປະ​ຊາ​ຄົມ​ອາ​ຊຽນ​ຈົ່ງ​ໄດ້​ຮັບການ​ພັດ​ທະ​ນາ​ໃໝ່ຫຼາຍ​ຂຶ້ນ ແລະ​ປະ​ກອບ​ສ່ວນ​ສົ່ງ​ເສີມ​ສັນ​ຕິ​ພາບ,ສະ​ຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ພາກ​ພື້ນທັງ​ນຳ​ເອົາ​ຄວາມ​ຜາ​ສຸກ​ມາ​ສູ່​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ອາ​ຊຽນ​ໃຫ້ຫຼາຍກວ່າ​ເກົ່າ.

ນັບ​ແຕ່​ຈີນ​ແລະ​ອາ​ຊ​ຽນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ຄູ່​ເຈ​ລະ​ຈາ​ເມື່ອ​ປີ 1991ເປັນ​ຕົ້ນ​ມາ, ສອງ​ຝ່າຍ​ໄດ້​ເນັ້ນ​ຫົວ​ຂໍ້ການ​ຮ່ວມ​ມື​ແລະ​ການ​ພັດ​ທະ​ນາ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ການ​ເມືອງ​ລະ​ຫວ່າງ​ສອງ​ຝ່າຍ​ໄດ້​ເພີ່ມ​ທະ​ວີ​ຂຶ້ນ​ເລື້ອຍໆ, ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ​ໄດ້​ຮັບ​ໝາກ​ຜົນ​ຢ່າງຫຼວງຫຼາຍ. ສາຍ​ພົວ​ພັນ​ຈີນ-ອາ​ຊຽນ​ໄດ້​ກາຍ​ເປັນ​ສາຍ​ພົວ​ພັນ​ໜຶ່ງ​ທີ່​ມີ​ຊີ​ວິດ​ຊີ​ວາ,ມີ​ເນື້ອ​ຫາ​ອຸ​ດົມ​ສົມ​ບູນກວ່າ​ໝູ່​ໃນສາຍ​ພົວ​ພັນ​ລະ​ຫວ່າງ​​ອາ​ຊຽນ​ກັບ​ບັນ​ດາ​ຄູ່​ເຈ​ລະ​ຈາ.

ຈີນ​ຍິນ​ດີ​ສືບ​ຕໍ່​ຍຶດ​ຖື​​ແນວ​ທາງການ​ຕ່າງ​ປະ​ເທດ​ທີ່​ມີ​ໄມ​ຕີ​ຈິດ​ມິດ​ຕະ​ພາບແບບ​ສະ​ໜິດ​ສະ​ໜົມ, ມີ​ຄວາມ​ຈິງ​ໃຈ,ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ແລະ​ກວມ​ລວມ​ແລະ​ຂໍຖື​ໂອ​ກາດ​ທີ່​ດີ​ທີ່ປີ 2018 ເປັນ​ປີ​ຄົບ​ຮອບ 15 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຈີນ-ອາ​ຊຽນ, ​ສ້າງ​ຈຸ​ດ​ຢືນ​ໃນ​ປັດ​ຈຸ​ບັນ, ​ສຸມສາຍ​ຕາ​ເບິ່ງກ​ວ້າງມອງ​ໄກ,ສ້າງ​ຄູ່​ຮ່ວມ​ຊະ​ຕາ​ກຳ​ຈີນ-ອາ​ຊຽນ​ໃຫ້​ແໜ້ນ​ແຟ້ນກວ່າ​ເກົ່າ​ເພື່ອ​ໃຫ້​ກາຍ​ເປັນ​ໂຕ​ແບບ​ຂອງ​ຄູ່​ຮ່ວມ​ຊະ​ຕາ​ກຳ​ອາ​ຊີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ