ວັນທີ 7 ສິງຫານີ້, ທ່ານຫວາງຢີ້ ລັດຖະມົນຕີກະຊວງການຕ່າງປະເທດຈີນ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອງເວທີປຶກສາຫາລືພາກພື້ນອາຊຽນຄັ້ງທີ 24 ທີ່ຈັດຂຶ້ນຢູ່ນະຄອນຫຼວງມະນີລາ ປະເທດຟິລິບປິນ.
ໂອກາດດັ່ງກ່າວ, ທ່ານຫວາງຢີ້ ກ່າວວ່າ: ປັດຈຸບັນ, ຢູ່ພາກພື້ນອາຊີປາຊີຟິກໄດ້ຮັກສາທ່ວງທ່າພັດທະນາຢ່າງສັນຕິ, ຂະນະດຽວກັນກໍຍັງປະເຊີນໜ້າກັບໄພຄຸກຄາມຄວາມໝັ້ນຄົງແບບໃໝ່ທີ່ນັບມື້ຂ້ຽວຂາດ ເປັນຕົ້ນ ລັດທິກໍ່ການຮ້າຍ, ອາຊະຍາກຳຂ້າມຊາດ ແລະ ໄພທຳມະຊາດ. ຈີນລິເລີ່ມ ທັດສະນະໃໝ່ເພື່ອຄວາມໝັ້ນຄົງຮ່ວມກັນ, ສັງລວມ, ຮ່ວມມື ແລະ ແບບຍືນຍົງ ພ້ອມທັງສ້າງການພົວພັນສາກົນແບບໃໝ່ທີ່ຖືເອົາການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດເປັນໃຈກາງ. ຄວນພະຍາຍາມເພີ່ມທະວີການປຶກສາຫາລືແລະຮ່ວມມືຈາກ 3 ດ້ານ: ໜຶ່ງ, ຍູ້ໜູນຄວາມໝັ້ນຄົງດ້ວຍການປຶກສາຫາລື ເພີ່ມທະວີການແລກປ່ຽນກັນ ເພື່ອເພີ່ມຄວາມເຂົ້າໃຈແລະໄວ້ເນື້ອເຊື່ອໃຈກັນ. ສອງ, ຍູ້ໜູນຄວາມໝັ້ນຄົງດ້ວຍການຮ່ວມມື ໂດຍໃນຕົ້ນປີນີ້, ຈີນໄດ້ເຜີຍແຜ່ປື້ມປົກຂາວ "ນະໂຍບາຍຂອງຈີນກ່ຽວກັບການຮ່ວມມືເພື່ອຄວາມໝັ້ນຄົງຢູ່ພາກພື້ນອາຊີປາຊີຟິກ" ເປັນຄັ້ງທຳອິດ ເຊິ່ງສະແດງໃຫ້ເຫັນເຖິງຄວາມຕັດສິນໃຈຢ່າງເດັດຂາດຂອງຈີນໃນການພະຍາຍາມປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນຢ່າງເຕັມສ່ວນ ແລະ ສາມ, ປັບປຸງຄວາມໝັ້ນຄົງດ້ວຍກົນໄກຕ່າງໆ ໂດຍການເພີ່ມທະວີການປະສານງານລະຫວ່າງກົນໄກຄວາມໝັ້ນຄົງຫຼາຍຝ່າຍໃນພາກພື້ນ ເຊິ່ງຖືອາຊຽນເປັນໃຈກາງ ແລະ ຊຸກຍູ້ການປຶກສາຫາລືເພື່ອປັບປຸງກົນໄກຄວາມໝັ້ນຄົງໃນພາກພື້ນໃຫ້ສົມບູນ.
ກອງປະຊຸມໄດ້ອອກ "ຖະແຫຼງການເພີ່ມທະວີການຮ່ວມມືແກ້ໄຂບັນຫາຢາເສບຕິດ ທີ່ ຈີນແລະຟິລິບປິນຮ່ວມສະເໜີ.