ເຈົ້າຊີວິດ​ຊອກ​ດາ​ນີ​ເນັ້ນສະໜັບສະໜູນ​ປາ​ແລັສຕິນຢ່າງຮອບດ້ານ
2017-08-08 15:28:42  cri 

ສົມ​ເດັດ​ອັບ​ດຸນ​ລາ ບິນ ອານ ຮຸ​ສ​ເຊ​ອິນ ​ເຈົ້າຊີວິດ​ຊອກ​ດາ​ນີ ​ກ່າວ​ໃນ​ໂອກາດພົບ​ປະ​ກັບ​ທ່ານ​ອັບ​ບັສ ປະທານາທິບໍດີ​ປາ​ແລັສຕິນ ຢູ່​ລາມາ​ລາ ​ເມືອງ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ ​ໃນ​ວັນ​ທີ 7 ສິງຫາ​ນີ້ ​ວ່າ: ຊອກ​ດາ​ນີຈະ​ສະໜັບສະໜູນ​ປະຊາຊົນ ​ແລະ ການ​ນຳ​​ປາ​ແລັສຕິນຢ່າງຮອບດ້ານ.

ທັງ​ນີ້, ສົມ​ເດັດ​ອັບ​ດຸນ​ລາ ບິນ ອານ ຮຸ​ສ​ເຊ​ອິນ ​ໄດ້​ເດີນທາງ​ຢ້ຽມຢາມ​ປາ​ແລັສຕິນ​ໃນ​ວັນ​ດັ່ງກ່າວ ​ແລະ ​ໄດ້​ພົບ​ປະ​ກັບ​ທ່ານ​ອັບ​ບັສ ​ເປັນ​ການ​ພາຍ​ໃນ. ຂະນະ​ທີ່​ທ່ານ​ນາ​ບິ​ວ ອາ​ບູ ຣະດາຍນາ ​ໂຄສົກ​ທຳນຽບປະທານາທິບໍດີ​ປາ​ແລັສຕິນ ​ໄດ້​ຢືນຢັນຫຼັງການ​ພົບ​ປະວ່າ: ​ເຈົ້າຊີວິດ​ຊອກ​ດາ​ນີ ​ໄດ້​ເນັ້ນ​ໃນ​ການ​ພົບ​ປະ​ວ່າ ສະໜັບສະໜູນ​ປະຊາຊົນ​ແລະ​ການ​ນຳ​ປາ​ແລັສຕິນຢ່າງຮອບດ້ານ ​ໂດຍ​ປະມຸກ​ລັດ​ສອງ​ປະ​ເທດ​ຈະ​ສືບ​ຕໍ່​ປະສານ​ງານ​ກັນ ​ເພື່ອ​ຮ່ວມ​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ.

ທ່ານຣີຢັດ ມານ​ກີ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ປາ​ແລັສຕິນ​​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວຫຼັງການ​ພົບ​ປະ​ດັ່ງກ່າວ​ວ່າ: ສອງ​ຝ່າຍ​ເຫັນ​ດີ​ຈະ​ສ້າງ​ກົນ​ໄກຮ່ວມ​ປະ​ເມີນຄວາມ​ສ່ຽງ​ຂອງບັນຫາ​ສຸ​ເຫຼົ່າອານ ອັກ​ຊາ ທີ່​ອາດ​ຈະ​​ເກີດ​ວິ​ກິດ​ການ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ