ລົດ​ທ່ອງ​ທ່ຽວ​ໄທ​ຂວ້ຳ ​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ຈີນ 20 ຄົນ​ບາດ​ເຈັບ
2017-08-08 15:30:03  cri 

ລົດ​ທ່ອງ​ທ່ຽວ​ທີ່​ບັນທຸກ​ນັກ​ທ່ອງ​ທ່ຽວ​ຈີນ​ຄັນ​ໜຶ່ງ​ໄດ້​ເກີດ​ອຸບັດ​ເຫດ​ຂວ້ຳ​ຢູ່​ເມືອງ​ປ່າຕອງ ​​ແຂວງ​ພູ​​ເກັດ​ປະ​ເທດ​ໄທ​ໃນ​ຕອນ​ຄ່ຳ​ວັນ​ທີ 6 ສິງຫາ​ນີ້ ​ແລະຫຼັງ​ເກີດ​ເຫດ, ສະຖານ​ກົງສຸນ​ໃຫຍ່​ຈີນ​ປະຈຳ​ສົງ​ຂາ ​ແລະ ຫ້ອງການ​ກົງສຸນ​ຈີນ​ປະຈຳ​ພູ​​ເກັດ​ກໍ​ໄດ້​​ສອບຖາມເຈົ້າໜ້າ​ທີ່​ທ້ອງ​ຖິ່ນ ​ແລະ​ພົບ​ວ່າ​ມີ​ນັກ​ທ່ອງ​ທ່ຽວ​ຈີນ​ຢູ່​ລົດຄັນ​ດັ່ງກ່າວ 20 ຄົນ​ໄດ້​ຮັບ​ບາດ​ເຈັບ ​ໂດຍ​ສ່ວນຫຼາຍ​ບາດ​ເຈັບ​ເລັກ​ໜ້ອຍ.

​ຂ່າວ​ລາຍ​ງານ​ວ່າ: ​ເວລາ​ປະມານ 20:00 ​ໂມງ​ຂອງ​ວັນ​ດັ່ງກ່າວ, ລົດ​ທ່ອງ​ທ່ຽວ​ທີ່​ບັນທຸກ​ນັກ​ທ່ອງ​ທ່ຽວ​ຈີນ 22 ຄົນ​ລວມທັງ​ພະນັກງານ​ນຳ​ທ່ຽວ​ຊາວ​ຈີນປະຈຳ​ລົດ​ຄັນ​ນີ້ ​ໄດ້​​ເກີດ​ເຫດຂວ້ຳ ຂະນະ​ລົງ​ຄ້ອຍ​​ຢູ່ກາງ​ທາງທີ່ມຸ່ງ​ໜ້າ​ສູ່​ເມືອງ​ປ່າຕອງ​ແຂວງ​ພູ​ເກັດ. ຂະນະ​ທີ່​​ນັກ​ທ່ອງ​ທ່ຽວ 20 ຄົນ​​ຮັບ​ບາດ​ເຈັບ​ນັ້ນ, ປັດຈຸບັນ​ມີ​ໜຶ່ງ​ຄົນ​ຍັງ​ນອນ​ຢູ່​ໂຮງໝໍ ​ແຕ່​ບໍ່​ມີ​ອັນຕະລາຍ​ເຖິງ​ແກ່​ຊີວິດ ​ແລະ​ອີກ 19 ຄົນ​ໄດ້​ກັບ​ຄືນໂຮງ​ແຮມ ຫຼັງຮັບ​ການ​ປິ່ນປົວ​ຢູ່​ໂຮງໝໍ​ໃນ​ຕອນ​ຄ່ຳ​ມື້​ດຽວ​ກັນ. ​ປັດຈຸບັນ​ຍັງ​ສືບສວນ​ຫາ​ສາ​ເຫດ​ຂອງ​ເຫດການ​ດັ່ງກ່າວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ