SPA ເບຍ​ສູດ​ໃໝ່​ຜ່ອນ​ຄາຍ​ຈິດ​ໃຈ (ວິ​ດີ​ໂອ)
2017-08-08 16:31:56  cri 

 

ທ່ານ​ທີ່​ມັກ​ລອຍ​ນ້ຳ​ທຸກ​ທ່ານ, ປັດ​ຈຸ​ບັນ, SPA ດອກ​ໄມ້, ນົມ​ແລະ​ຊັອກ​ໂກ​ແລດ​ລ້ວນ​ແຕ່​ຫຼ້າ​ຫຼັງ​ແລ້ວ, ເພາະ​ວ່າ​ຢູ່​ອິ​ສ​ລັງ​ໄດ້​ມີ​ສູດ​ໃໝ່​ແລ້ວ​ຂໍ​ພຽງ​ແຕ່​ມາ​ສຳ​ຜັດ SPA ເບຍ​ກໍ​ສາ​ມາດ​ຮັກ​ສາ​ຜິວ​ແລະ​ຕ້ານ​ເຖົ້າ​ແກ່​ຊະ​ລະ​ໄດ້​ເປັນ​ຢ່າງ​ດີ. ສູນ SPA ເບຍ​ແຫ່ງ​ທຳ​ອິດ​ຂອງ​ອິດ​ສ​ລັງ​ໄດ້​ເປີດ​ບໍ​ລິ​ການ​ຢ່າງ​ເປັນ​ທາງ​ການ​ໃນ​ເດືອນ​ມິ​ຖຸ​ນາ​ຜ່າ​ນ​ມາ, ກໍ​ໄດ້​ດຶງ​ດູດ​ລູກ​ຄ້າ​ໄດ້​ຢ່າງ​ຫຼວງ​ຫຼາຍ. ເນື່ອງ​ຈາກ SPA ດັ່ງ​ກ່າວ​ໄດ້​ເພີ່ມ​ນ້ຳ​ຈາກ​ບໍ່​ທຳ​ມະ​ຊາດ​ອິດ​ສ​ລັງ 40 ອົງ​ສາ​ແລ້ວ​ເພີ່ມ​ເບຍ​ສົດ​ທີ່​ເຕັມ​ໄປ​ດ້ວຍ​ວິ​ຕາ​ມິນ B, ພຽງ​ເທົ່າ​ນີ້​ນ້ຳ​ໃນ​ອ່າງ​ກໍ​ເກີດ​ຝອງ​ຢ່າງ​ຫຼວງ​ຫຼາຍ, ຂະ​ນະ​ດຽວ​ກັນ​ເຕັມ​ໄປ​ດ້ວຍ​ກິ່ງ​ຫອມ​ຂອງ​ເບຍ. ທັງ​ລອຍ​ນ້ຳ​ທັງ​ດື່ມ​ເບຍ​ສົດ​ທີ່​ບໍ່​ຈຳ​ກັດ​ເຊິ່ງນອກ​ຈາກ​ຮັກ​ສາ​ເສັ້ນ​ຜົມ​ແລະ​ຜິວ​ແລ້ວ, ຍັງ​ສາ​ມາດ​ຜ່ອນ​ຄາຍ​ຈິດ​ໃຈ​ໄດ້​ຢ່າງ​ແນ່ນອນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ