ຕຸກ​ກະ​ຕາ​ຣັດ​ເຊຍ​ກາຍ​ເປັນ​ເຄື່ອງ​ທີ່​ລະ​ນຶກ (ວິ​ດີ​ໂອ)
2017-08-08 16:33:42  cri 

ເມື່ອ​ສືບ​ທອດ​ມູນ​ເຊື້ອ​ການ​ເຮັດ​ຕຸກ​ກະ​ຕາ​ຣັດ​ເຊຍ​ທີ່​ເລີ່ມ​ແຕ່​ຕົ້ນ​ສະ​ຕະ​ວັດ​ທີ 19 ແລະໃນ​ໄລ​ຍະ​ດົນ​ນານ​ມາ​ນີ້, ຕຸກ​ກະ​ຕາ​ຣັດ​ເຊຍ​ກໍ​ໄດ້​ກາຍ​ເປັນ​ຂອງ​ທີ່​ລະ​ນຶກ​ທີ່​ມີ​ຊື່​ສຽງ​ທີ່​ສຸດ​ຂອງ​ປະ​ເທດ​ດັ່ງ​ກ່າວ. ໂຮງ​ງານ​ໃນເມືອງ​ເຊ​ມີ​ໂອ​ນົ​ຟ ໄດ້​ຜະ​ລິດຕຸກ​ກະ​ຕາ​ຊຸດ​ໜຶ່ງ​ໂດຍ​ຕ້ອງ​ໃຊ້ເວ​ລາ​ເຖິງ 7 ວັນ ແລະເນື່ອງ​ຈາກວ່າ​ຕຸກ​ກະ​ຕາ​ເຫຼົ່າ​ນີ້​ລ້ວນ​ແຕ່​ເຮັດ​ດ້ວຍ​ມື, ​ຜົນ​ທີ່​ອອກ​ມາ​ຈິ່ງ​ມີ​ຮູບແຕກ​ຕ່າງ​ກັນ. ຮູບ​ຊົງ​ດັ້ງ​ເດີມ​ຂອງ​ຕຸກ​ກະ​ຕາ​ຣັດ​ເຊຍ​ເປັນ​ຮູບ​ໜ້າ​ຜູ້​ຍິງ​ທີ່​ມີ​ຜ້າ​ພັນ​ຫົວ, ໜ້າ​ແດງ ແລະ​ຂົນ​ຕາ​ຍາວ ເຊິ່ງ​ມັນ​ຊ່າງ​ໜ້າ​ຮັກຫຼາຍ ແລະການ​ເຮັດ​​ກໍ​ມີຫຼາຍ​ຂັ້ນ​ຕອນ ບໍ່​ວ່າ​ຈະ​ເປັນການ​ແກະ​ສະຫຼັກ, ການ​ລະ​ບາຍ​ສີ, ການຂັດ​ແລະ​ອື່ນໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ