ທ່ານ​ຫວາງ​ຢີ້​ເຂົ້າຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ຕ່າງປະ​ເທດ​ຂອງ​ເວທີ​ປຶກສາ​ຫາລື​ພາກ​ພື້ນ​ອາ​ຊຽນຄັ້ງທີ 24
2017-08-08 16:43:57  cri 

ວັນ​ທີ 7 ສິງຫາ​ນີ້, ທ່ານ​ຫວາງ​ຢີ້ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ຕ່າງປະ​ເທດ​ຂອງ​ເວທີ​ປຶກສາ​ຫາລື​ພາກ​ພື້ນ​ອາ​ຊຽນຄັ້ງທີ 24 ທີ່​ຈັດ​ຂຶ້ນຢູ່​ນະຄອນຫຼວງ​ມະນີ​ລາ ປະ​ເທດ​ຟິລິບ​ປິນ.

​ໂອກາດ​ດັ່ງກ່າວ, ທ່ານ​ຫວາງ​ຢີ້ ກ່າວ​ວ່າ: ປັດຈຸບັນ, ຢູ່​ພາກ​ພື້ນ​ອາຊີ​ປາຊີ​ຟິກ​ໄດ້​ຮັກສາ​ທ່ວງທ່າ​ພັດທະນາ​ຢ່າງ​ສັນຕິ, ຂະນະ​ດຽວ​ກັນ​ກໍ​ຍັງ​ປະ​ເຊີນ​ໜ້າ​ກັບ​ໄພ​ຄຸກ​ຄາມ​ຄວາມ​ໝັ້ນຄົງ​ແບບ​ໃໝ່ທີ່​ນັບ​ມື້​ຂ້ຽວ​ຂາດ ​ເປັນຕົ້ນ ລັດທິ​ກໍ່​ການ​ຮ້າຍ, ອາຊະ​ຍາ​ກຳ​ຂ້າມ​ຊາດ ​ແລະ ​ໄພ​ທຳ​ມະ​ຊາດ. ຈີນ​ລິ​ເລີ່​ມ ທັດສະນະ​​ໃໝ່​ເພື່ອ​ຄວາມ​ໝັ້ນຄົງຮ່ວມ​ກັນ, ສັງ​ລວມ, ຮ່ວມ​ມື ​ແລະ ​ແບບ​ຍືນ​ຍົງ ພ້ອມ​ທັງ​ສ້າງ​ການ​ພົວພັນ​ສາກົນ​ແບບ​ໃໝ່​ທີ່​ຖື​ເອົາ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ເປັນ​ໃຈກາງ. ຄວນ​ພະຍາຍາມ​ເພີ່ມ​ທະວີ​ການ​ປຶກສາ​ຫາລືແລະ​ຮ່ວມ​ມືຈາກ 3 ດ້ານ: ໜຶ່ງ, ຍູ້​ໜູນ​ຄວາມ​ໝັ້ນຄົງ​ດ້ວຍ​ການ​ປຶກສາ​ຫາລື​ ​ເພີ່ມ​ທະວີ​ການ​ແລກປ່ຽນ​ກັນ ​ເພື່ອ​ເພີ່ມ​ຄວາມ​ເຂົ້າ​ໃຈ​ແລະ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ. ສອງ, ຍູ້​ໜູນ​ຄວາມ​ໝັ້ນຄົງ​ດ້ວຍ​ການ​ຮ່ວມ​ມື ​ໂດຍ​​ໃນຕົ້ນປີ​ນີ້, ຈີນ​ໄດ້​ເຜີຍ​ແຜ່​ປື້​ມປົກ​ຂາວ "ນະ​ໂຍບາຍຂອງ​ຈີນ​ກ່ຽວ​ກັບການ​ຮ່ວມ​ມື​​ເພື່ອຄວາມ​ໝັ້ນຄົງ​ຢູ່​ພາກ​ພື້ນ​ອາຊີ​ປາຊີ​ຟິກ" ​ເປັນຄັ້ງທຳ​ອິດ ​ເຊິ່ງ​​ສະ​ແດງ​ໃຫ້​ເຫັນ​​ເຖິງຄວາມ​ຕັດສິນ​ໃຈຢ່າງ​ເດັດຂາດ​ຂອງ​ຈີນ​ໃນ​ການ​ພະຍາຍາມ​ປົກ​ປັກ​ຮັກສາ​ສັນຕິພາບ ​ແລະ ສະຖຽ​ນລະ​ພາບ​ຂອງ​ພາກ​ພື້ນຢ່າງ​ເຕັມ​ສ່ວນ ​ແລະ ສາມ, ປັບປຸງ​ຄວາມ​ໝັ້ນຄົງ​ດ້ວຍ​ກົນ​ໄກ​ຕ່າງໆ ​ໂດຍ​ການ​ເພີ່ມ​ທະວີ​ການ​ປະສານ​ງານ​ລະຫວ່າງ​ກົນ​ໄກ​ຄວາມ​ໝັ້ນຄົງຫຼາຍຝ່າຍ​ໃນ​ພາກ​ພື້ນ ​​ເຊິ່ງ​ຖື​ອາ​ຊຽນ​ເປັນ​ໃຈກາງ ​ແລະ ຊຸກຍູ້​ການ​ປຶກສາ​ຫາລື​ເພື່ອ​ປັບປຸງ​ກົນ​ໄກ​ຄວາມ​ໝັ້ນຄົງ​ໃນ​ພາກ​ພື້ນ​ໃຫ້​ສົມບູນ.

ກອງ​ປະຊຸມ​ໄດ້​ອອກ​ "ຖະ​ແຫຼງການ​​ເພີ່ມ​ທະວີການ​ຮ່ວມ​ມື​ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດ ທີ່​ ຈີນ​ແລະ​ຟິລິບ​ປິນຮ່ວມ​ສະ​ເໜີ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ