ສະ​ພາ​ກາ​ແດງ​ຈີນ​ຊ່ວຍ​ເຫຼືອ​ດ່ວນແກ່ສະ​ພາ​ກາ​ແດງ​ມຽນ​ມາ 1 ແສນ​ໂດ​ລາ
2017-08-08 09:57:56  cri 
ວັນ​ທີ 7 ສິງ​ຫາ​ນີ້, ທ່ານ​ຫົງ​​ນ້ຽງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ມຽນ​ມາ​ໄດ້​ຕາງ​ໜ້າ​ສະ​ພາ​ກາ​ແດງ​ຈີນ​​ມອບ​ທຶນ 1 ແສນ​ໂດ​ລາ​ໃຫ້ແກ່​ສະ​ພາ​ກາ​ແດງ​ມຽນ​ມາ ເພື່ອ​ຊ່ວຍ​ເຫຼືອ​ປະ​ຊາ​ຊົນ​ຜູ້​ປະ​ສົບ​ໄພ​ນ້ຳ​ຖ້ວມ​.

ເຈົ້າ​ໜ້າ​ທີ່​ສະ​ຫວັດ​ດີ​ການ​ສັງ​ຄົມ​ແລະ​ຈັດ​ສັນ​ຊ່ວຍ​ເຫຼືອ​ມຽນ​ມາ​ເປີດ​ເຜີຍ​ວ່າ, ​ເມື່ອ​ກ້າວເຂົ້າສູ່​ລະ​ດູ​ຝົນ​, ໃນ 14 ແຂວງ ແລະ 1 ເຂດ​ໃນ​ທົ່ວ​ປະ​ເທດ​ຢ່າງ​ໜ້ອຍ​ມີ 10 ເຂດ​ແຂວງ​ປະ​ສົບ​ໄພ ໂດຍມາ​ຮອດ​ທ້າຍ​ເດືອນ​​ຜ່ານ​ມາ, ປະ​ຊາ​ຊົນ​ທີ່​ປະ​ສົບ​ໄພ​ມີຫຼາຍກວ່າ 1 ແສນ 3 ໝື່ນ​ຄົນ​ແລ້ວ, ສ່ວນທ່ານ​ຫົງ​ລ້ຽງ​ກໍກ່າວ​ວ່າ, ເງິນ​ຊ່ວຍ​ເຫຼືອ​ດັ່ງ​ກ່າວ​ຈະ​ສາ​ມາດນຳ​ໄປ​ຊ່ວຍ​ປະ​ຊາ​ຊົນ​ຜູ້​ປະ​ສົບ​ໄພ​ຊື້​ເຄື່ອງ​ທຳ​ຄວາມ​ສະ​ອາດ​ນ້ຳ​ທີ່​ຕ້ອງ​ການ​ບໍ​ລິ​ໂພກ​ຢ່າງ​ຮີບດ່ວນ.

​ຂ່າວ​ແຈ້ງວ່າ ໃນ​ໄລ​ຍະ​ມໍ່ໆ​ມາ​ນີ້, ມຽນ​ມາ​ຍັງ​ເກີດ​ສະ​ພາບ​ລະ​ບາດ​ໄຂ້​ຫວັດ​ໃຫຍ່​ H1N1 ​ໂດຍຢ່າງ​ໜ້ອຍ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 13 ຄົນ. ຕໍ່​ສະ​ພາບ​ດັ່ງ​ກ່າວທ່ານ​ຫົງ​ລຽງ​ກ່າວ​ຕື່ມ​ວ່າ, ຈີນ​ພວມ​​ກະ​ກຽມ​ຊ່ວຍ​ເຫຼືອໂດຍ​ໄວ ຕາມ​ຄວາມ​ຮຽກ​ຮ້ອງຕ້ອງ​ການ​ຂອງ​ປະ​ເທດ​ດັ່ງ​ກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ