8 ປະ​ເທດ​ໃນ​ອາຊຽນ​​ພ້ອມເໝົາ​ຫໍ​ວາງ​ສະ​ແດງ​ໃນ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ​-ອາ​ຊຽນ​ຄັ້ງ​ທີ 14
2017-08-08 10:02:59  cri 
ເຈົ້າ​ໜ້າ​ທີ່​ສຳ​ນັກ​ງານ​ເລ​ຂາ​ທິ​ການ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນເປີດ​ເຜີຍ​ວ່າ, ປີ​ນີ້ ຈະ​ມີ 8 ປະ​ເທດ ຄື ບ​ຣູ​ໄນ, ກຳ​ປູ​ເຈຍ, ອິນ​ໂດ​ເນ​ເຊຍ, ລາວ, ມາ​ເລ​ເຊຍ, ມຽນ​ມາ, ໄທ ແລະ​ຫວຽດ​ນາມ​ເໝົາ​ຫໍ​ວາງ​ສ​ະ​ແດງ, ​ຂະ​ນະ​ທີ່ບ​ຣູ​ໄນ ​ໄດ້​ຮັບ​ກຽດ​ເປັນປະ​ເທດ​ກິດ​ຕິ​ມະ​ສັກ​ເໝົາ​ຫໍ​ວາງ​ສະ​ແດງ​ເປັນ​ຄັ້​ງ​ທຳ​ອິດ ແລະ​ຫວຽດ​ນາມ​​ກໍມີ​ຂະ​ໜາດ​ການວາງ​ສະ​ແດງ​ໃຫຍ່ກວ່າ​ໝູ່, ສ່ວນ​ກາ​ຊັກ​ສະ​ຖານ​ໄດ້​ເປັນ​ຄູ່​ຮ່ວມ​ມື​ໄດ້​ຮັບ​ເຊີນ​ເປັນ​ພິ​ເສດ.

ງານ​ວາງ​ສະ​ແດງສິນ​ຄ້າ​ຈີນ-ອາ​ຊຽນ​ຄັ້ງ​ທີ 14 ຈະ​ຈັດ​ຂຶ້ນ​ຢູ່​ເມືອງ​ໜານ​ໜິງ ​ສ​ປ ຈີນແຕ່​ວັນ​ທີ 12 ຫາ 15 ກັນ​ຍາ​ນີ້ ໂດຍ​ເນັ້ນ "ຮ່ວມ​ກັນ​ສ້າງ​ເສັ້ນ​ທາງ​ສາຍ​ໄໝ​ທາງ​ທະ​ເລ​ໃນ​ສະ​ຕ​ະ​ວັດ​ທີ 21 ແລະ​ຊຸກ​ຍູ້​ເສດ​ຖະ​ກິ​ດ​ພາກ​ພື້ນ​ເຊື່ອມ​ໂຍງ​ເຂົ້າ​ກັນ​ດ້ວຍ​ການ​ທ່ອງ​ທ່ຽວ".

ເຈົ້າ​ໜ້າ​ທີ່​ທ່ານນີ້​ກ່າວ​ຕື່ມ​ວ່າ, ງານ​ວາງ​ສະ​ແດງ​ໃນ​ປີ​ນີ້​ໄດ້​ເພີ່ມ​ເນື້ອ​ທີ່​ວາງ​ສະ​ແດງ​ອີກ 1 ໝື່ນ 4 ພັນ​ຕາ​ແມັດ ​ສົ່ງ​ຜົນ​ໃຫ້​ເນື້ອ​ທີ່​ວາງ​ສະ​ແດງ​ທັງ​ໝົດ​ມີ​ເຖິງ 1 ແສນ 2 ໝື່ນ 4 ພັນ​ຕາ​ແມັດ, ໃນ​ນີ້​ເນື້ອ​ທີ່​ວາງ​ສະ​ແດງສະ​ເພາະ​ພາຍ​ໃນ​ປະ​ເທດ​ຈີນ​ມີ​ເຖິງ 8 ໝື່ນ 9 ພັນ​ຕາ​ແມັດ ແລະ 10 ປະ​ເທດ​ໃນ​ອາ​ຊຽນ​ແລະ​ປະ​ເທດ​ອື່ນໆ​ 3 ໝື່ນ 5 ພັນ​ຕາ​ແມັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ