ອິນ​ໂດ​ເນ​ເຊຍ​ສັ່ງ​ໃຫ້​ສາ​ມາດ​ຍິງ​​ຜູ້​ເຈດ​ຕະ​ນາ​ຈູດ​ປ່າ
2017-08-08 10:32:42  cri 
ເມື່​ອ​ມໍ່ໆ​ມາ​ນີ້, ເຈົ້າ​ໜ້າ​ທີ່​ທະ​ຫານ​ແຂວງ​ຊູ​ມັດ​ຕ​ຣາ​ໃຕ້​ແລະ​ແຂວງ​ຈຳ​ບີ​ປະ​ເທດ​ອິນ​ໂດ​ເນ​ເຊຍ​ຕ່າງ​​ກໍໄດ້​ອອກ​ຄຳ​ສັ່ງ​ວ່າ, ສາ​ມາດ​ຍິງ​ຜູ້​ເຈດ​ຕະ​ນາ​ຈູດ​ປ່າ​ໄດ້ເພື່ອ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຕັດ​ສິນ​ໃຈ​ທີ່​ເດັດ​ຂາດ​ຂອງ​ເຈົ້າ​ໜ້າ​ທີ່​ເພື່ອ​ຄວບ​ຄຸມ​ໄຟ​ໄໝ້​ລາມ​ປ່າ.

ເຈົ້າ​ໜ້າ​ທີ່​​ອົງ​ການຫຼຸດ​ຜ່ອນ​ໄພ​ພິ​ບັດ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ​ເປີດ​ເຜີຍ​ວ່າ, ເພື່ອ​ຮັບ​ມື​ກັບ​ສະ​ພາບ​ໄຟ​​ໄໝ້ລາມ​ປ່າ​ແລະ​ຂີ້​ຝຸ່ນ​ທີ່​ນັບ​ມື້​ຮ້າຍ​ແຮງ ຈິ່ງໄດ້​ປະ​ກາດ​ໃຫ້​ 5 ແຂວງ ຄື ແຂວງ​ຣີ​ອາວ, ຈຳ​ບີ, ຊູ​ມັດ​ຕ​ຣາ​ໃຕ້, ກາ​ລີ​ມັນ​ຕັນ​ຕາ​ເວັນ​ຕົກ ແລະ​ກາ​ລີ​ມັນ​ຕັນ​ຕາ​ເວັນ​ອອກ​​ເປັນ​ພື້ນ​ທີ່ພາ​ວະ​ສຸກ​ເສີນ ເຊິ່ງ​ອົງ​ການ​ດັ່ງ​ກ່າວ​ໄດ້​ສ້າງ​ຕັ້ງ​ໜ່ວຍ​ຮັບ​ມື​ໄຟ​ປ່າ ທີ່​ມີ​ເຈົ້າ​ໜ້າ​ທີ່​ພາກ​ສ່ວນ​ສາ​ທາ​ລະ​ນະ​ສຸກ, ກົດ​ໝາຍ, ວຽກ​ງານ​ສັງ​ຄົມ, ທະ​ຫານ​ແລະ​ຕຳຫຼວດ ​ລວມ​ທັງ​ອາ​ສາ​ສະ​ໝັກ​ທ້ອງ​ຖິ່ນ​ເຂົ້າ​ຮ່ວມ ເພື່ອ​ປ້ອງ​ກັນ, ຕິດ​ຕາມ​ຄວບ​ຄຸມ ແລະ​ດັບ​ໄຟ​ປ່າ.

ເມື່ອ​ກ້າວ​ເຂົ້າ​ສູ່​ລະ​ດູ​ແລ້ງ​ປີ​ນີ້, ອິນ​ໂດ​ເນ​ເຊຍ​ໄດ້​ກວດ​ພົບ​ຈຸດ​​ໄຟໄໝ້ 300 ບ່ອນ ແລະມີຫຼາຍ​ສິບ​ຄົນ ໃນ​ນີ້​ມີ​ເດັກ​ໃນ​ໄວ​ຮຽນ ​ຕ້ອງ​ໄປ​ປິ່ນ​ປົວ​ຢູ່​ໂຮງ​ໝໍ​ຍ້ອນ​ດູດ​ຄວັນ​ແລ້ວ​ພາ​ໃຫ້​ເກີດ​ອາ​ການ​ປອດຊຶມ​ເຊື້ອ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ