ເດືອນ​ກໍ​ລະ​ກົດ​ຜ່ານ​ມາ ຈີນບັນ​ລຸ​ມູນ​ຄ່າ​ການ​ນຳ​ເຂົ້າ​ສົ່ງ​ອອກ​ເພີ່ມ​ຂຶ້ນ 12,7%
2017-08-09 11:16:24  cri 
ວັນ​ທີ 8 ສິງ​ຫາ​ນີ້, ດ່ານ​ພາ​ສີ​ຈີນ​ໄດ້​ເປີດ​ເຜີຍ​ວ່າ: ເດືອນ​ກໍ​ລະ​ກົດ​ຜ່ານ​ມາ, ຍອດ​ມູນ​ຄ່າ​ການ​ນຳ​ເຂົ້າ​ສົ່ງອອກ​ຂອງ​ຈີນ​ບັນ​ລຸ​ເຖິງ 2320 ຕື້ຢວນຫຼື​ປະ​ມານ 346 ຕື້​ໂດ​ລາ​ສະ​ຫະ​ລັດ ເຊິ່ງ​ເພີ່ມ​ຂຶ້ນ 12,7%​ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ. ໃນ​ນີ້, ການ​ສົ່ງ​ອອກ​ເພີ່ມ​ຂຶ້ນ 11,2% ແລະ​ເຖິງວ່າ​ມູນ​ຄ່າການ​ນຳ​ເຂົ້າ​ເພີ່ມ​ຂຶ້ນ 14,7%, ​ແຕ່ການ​ດຸນ​ການ​ຄ້າ​ກໍ​ໄດ້​ເພີ່ມ​ຂຶ້ນ 1,4%. ຈ​າກ​ນີ້, ທ່ານ​ປາຍ​ມິງ ຮອງ​ຫົວ​ໜ້າ​​ພະ​ແນກຄົ້ນ​ຄວ້າ​ຕະຫຼາດ​ສາ​ກົນ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ກະ​ຊວງ​ການ​ຄ້າ​ຈີນ​ຢືນ​ຢັນ​ວ່າ ໂດຍລວມ​ແລ້ວ, ​ຈັງ​ຫວະ​ການ​ເຕີບ​ໂຕ​ຂອງຍອດ​ມູນ​ຄ່າ​ການ​ຄ້າ​ໃນເດືອນ​ກໍ​ລະ​ກົດ​ຜ່ານ​ມາ​ໄດ້ຫຼຸດ​ລົງ​ໜ້ອຍ​ໜຶ່ງ​ເມື່ອ​ທຽບ​ໃສ່ 6 ເດືອນ​​ຕົ້ນ​ປີ​ນີ້​ເຊິ່ງ​ເປັນ​ຜົນ​ມາ​ຈາກ​ອັດ​ຕາ​ແລກ​ປ່ຽນ​ເງິນ​ຕາ​ແລະ​ຍອດ​ມູນ​ຄ່າ​ການ​ຄ້າ​ໃນ​ໄລ​ຍະ​ດັ່ງ​ກ່າວ​ນັ້ນ​ເອງ.

ທ່ານ​ປາຍ​ມິງ​ຢືນ​ຢັນ​​ຕື່ມວ່າ ເຖິງວ່າ​ການ​ນຳ​ເຂົ້າ-ສົ່ງອອກ​​ໃນ 6 ເດືອນຕົ້ນ​ປີ​ນີ້​ປາ​ກົດ​ມີ​ທ່າ​ອ່ຽງ​ຂະ​ຫ​ຍາຍ​ຕົວ​ໄປ​ທາງ​ທີ່​ດີ​ຢ່າງ​ໜັກ​ແໜ້ນ​ກໍ​ຕາມ, ແຕ່​ສ່ວນ​ໃຫຍ່​ກໍ​ເປັນ​ການ​ຟື້ນ​ຟູ​ການ​ເຕີບ​ໂຕ​ຢ່າງ​ໝັ້ນ​ທ່ຽງ​ແລະເຖິງວ່າ​ເສດ​ຖະ​ກິດ​ໂລກ​ໄດ້​ພັດ​ທະ​ນາ​ດີ​ຂຶ້ນ​ຄືນ​ໃໝ່​ກໍ​ຕ​າມ, ແຕ່​ການ​ເພີ່ມ​ຂຶ້ນ​ດ້ານ​ລັດ​ທິ​ປົກ​ປ້ອງ​ການ​ຄ້າ​ສາ​ກົນ​ຈະ​ຕັດ​ໂອ​ກາດ​ການ​ຄ້າ​ໃຫ້​ໜ້ອຍ​ລົງຈິ່ງ​ເປັນ​ບັນ​ຫາ​ທີ່ປະ​ໝາດ​ບໍ່​ໄດ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ