ເກີດ​ແຜ່ນ​ດິນ​ໄຫວ​ຢູ່​ເມືອງ​ຈິວ​ຈ້າຍ​ໂກ່ວແຂວງ​ເສ​ສວນ ເຮັດ​ໃຫ້ 9 ຄົນ​ເສຍ​ຊີ​ວິດ
2017-08-09 11:29:41  cri 

ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ອົງ​ການ​ປົກ​ຄອງ​ແຂວງ​ເສ​ສວນ ສ​ປ ຈີນ​ເປີດ​ເຜີຍ​ວ່າ:  ເວ​ລາ 21 ໂມງ 19 ນາ​ທີ​ຂອງວັນ​ທີ 8 ສິງ​ຫາ​ນີ້,ເມືອງ​ຈິວ​ຈ້າຍ​ໂ​ກ່ວກິ່ງ​ແຂວງ​ເຜົ່າ​ຕິ​ເບດ​ເຜົ່າ​ຊຽງ​ອາ​ປ້າ​ແຂວງ​ຕົນ​ ເຊິ່ງ​ເປັນ​ແຫຼ່ງ​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຂອງປະ​ເທດໄດ້​ເກີດ​ແຜ່ນ​ດິນ​ໄຫວ​ໂດຍ​ວັດ​ແຮງ​ສັ່ນ​ສະ​ເທືອນ​ໄດ້ 7 ຣິກ​ເຕີ ເຊິ່ງ​ຈຸດ​ໃຈ​ກາງ​ແຜ່ນ​ດິນ​ໄຫວ​ຢູ່​ເສັ້ນ​ຂະ​ໜານ​ 33,2 ອົງ​ສາເໜືອ​ແລະ​ເສັ້ນ​ແວງ 103,82 ອົງ​ສາ​ຕາ​ເວັນ​ອອກແລະ​ເລິກ​ລົງໃຕ້​ດິນ 20 ກິ​ໂລ​ແມັດ. ຫຼ້າ​ສຸດ,ມາ​ຮອດ​ເວ​ລາ 5 ໂມງ​ຂອງວັນ​ທີ 9 ສິງ​ຫາ​ນີ້, ແຜ່ນ​ດິນ​ໄຫວ​ດັ່ງ​ກ່າວໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 9 ຄົນ​ແລະບາດ​ເຈັບ 164 ຄົນ.

ປັດ​ຈຸ​ບັນ, ​ຂະ​ແໜງ​ການຄົມ​ມະ​ນາ​ຄົມ​ເມືອງ​ຈິວ​ຈ້າຍ​ໂກ່ວ​ໄດ້​​ສຸມ​ທຸກ​ຄວາມພະ​ຍາ​ຍາມ​​​ນຳ​ກຳ​ລັງ​ເຂົ້າ​ໄປກູ້​ໄພ​ຢ່າງ​ຕັ້ງ​ໜ້າ. ຂະ​ນະ​ດຽວ​ກັນ​ກໍ​ໄດ້ຈັດ​ຕັ້ງ​ການ​ອົບ​ພະ​ຍົບ​ແລະ​​ເອົາ​ໃຈ​ໃສ່​ຕໍ່​ນັກ​ທ່ອງ​ທ່ຽວ​ເປັນ​ຢ່າງ​ດີ​ໂດຍ​ແຈກ​ຢາຍ​ເຄື່ອງ​ໃຊ້​ປະ​ຈຳ​ວັນ​ແລະ​ເຄື່ອງ​ກັນ​ໜາວ​ໃຫ້​ນັກ​ທ່ອງ​ທ່ຽວ​ຢູ່​ສະ​ຖານ​ທີ່​ສຸກ​ເສີນ. ມາ​ຮອດ​ປັດ​ຈຸ​ບັນ, ເຈົ້າ​ໜ້າ​ທີ່​ເມືອງ​ດັ່ງ​ກ່າວ​ໄດ້​ອົບ​ພະ​ຍົບ​ນັກ​ທ່ອງ​ທ່ຽວ​ໄປ​ເຂດ​ປອດໄພ​ແລ້ວ 31.500 ຄົນ, ຂະ​ນະ​ທີ່ອາ​ຫານ,ນ້ຳ​ດື່ມ​ແລະ​ເຄື່ອງ​ຂອງ​ອື່ນໆກໍສາ​ມາດ​ສະ​ໜອງໄດ້​ຢ່າງ​ພຽງ​ພໍ​ລວມ​ທັງຮ້ານ​​ສັບ​ພະ​ສິ​ນ​ຄ້າ​ໄດ້ເພີ່ມ​ສິນ​ຄ້າ​ໃຫ້​ພຽງ​ພໍ​ຕໍ່​ຄວາມ​ຕ້ອງ​ການ​ທີ່​ຈຳ​ເປັນ​ໄວ້​ແລ້ວ.

1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ