ເຮ​ລິ​ກົບ​ແຕ​ຮັກ​ສາ​ສັນ​ຕິ​ພາບ​ໜ່ວຍ​ທຳ​ອິດ​ຂອງ​ຈີນ​ປະ​ຕິ​ບັດ​ໜ້າ​ທີ່​ຢູ່ເຂດ​ດາ​ຟູ
2017-08-09 14:24:17  cri 
ຕອນ​ທ່ຽງ​ວັນ​ທີ 8 ສິງ​ຫາ​ນີ້ຕາມ​ເວ​ລາ​ທ້ອງ​ຖິ່ນ, ​ເຮ​ລິ​ກົບ​ແຕ​ສອງ​ລຳ​ປະ​ຈຳ​ໜ່ວຍ​ທີ​ 2 ກອງ​ນຳ​ໜ້າ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ​ຈີນ​ທີ່​ຂຶ້ນ​ກັບ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ນັ້ນ​ລົງ​ຈອດ​ດ້ວຍ​ຄວາມ​ປອດ​ໄພ​ຢູ່​ສະ​ໜາມ​ບິນ​ອັນ​ຟາ​ເຊີ ເຂດຮັກ​ສາ​ສັນ​ຕິ​ພາບ​ດາ​ຟູ ພາກ​ຕາ​ເວັນ​ຕົກ​ປະ​ເທດ​ຊູ​ດັງ. ຈາກ​ນີ້, ເຮັດ​ໃຫ້ໜ່ວຍ​ເຮ​ລິ​ກົບ​ແຕ​ຮັກ​ສາ​ສັນ​ຕິ​ພາບໜ່ວຍ​ທຳ​ອິດ​​​ຂອງ​ຈີນທັງ 4 ລຳ​ໄດ້​ເຂົ້າ​ປະ​ຈຳ​ການຢູ່​ເຂດ​ດາ​ຟູ​ເພື່ອ​ປະ​ຕິ​ບັດ​ໜ້າ​ທີ່​ຢ່າງ​ເປັນ​ທາງ​ການ.

ປັດ​ຈຸ​ບັນ, ເ​ຮ​ລິ​ກົບ​ແຕ 4 ລຳ​ດັ່ງ​ກ່າວ​ນຳ​ໃຊ້​ໄດ້​ເປັນ​ຢ່າງ​ດີ​ໂດຍ​ບັນ​ລຸມາດ​ຕະ​ຖານ​ໃນ​ການປະ​ຕິ​ບັດ​ໜ້າ​ທີ່​​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດທຸກ​ດ້ານ ແລະ​ນັກ​ບິນ​​ກໍ​ມີ​ຄວາມຊຳ​ນານ​ໃນ​ການ​ຂັບ​ຢູ່ນ່ານ​ຟ້າ​ທີ່​ສັບ​ສົນ​ໃຕ້​ເງື່ອນ​ໄຂ​​ດິນ​ຟ້າອາກາດ​​ບໍ່ອຳ​ນວຍທັງ​ມີ​ຄວາມ​ສາ​ມາດ​​ສື່​ສານ​ໄດ້​ດີ​ແລະ​ມີໄຫວ​ພິບຮັບ​ມື​ກັບ​ທຸກ​ສະ​ພາບ​ການເຊິ່ງ​ທັງ​ໝົດ​ນີ້​ໄດ້​ຮັບ​ການ​ຢືນ​ຢັນ​ຢ່າງ​ເຕັມ​ທີ່​ຈາກ​ຄະ​ນະ​ພິ​ເສດ​​ຂອງອົງ​ການ​ສະ​ຫະ​ປະ​ຊາ​ຊາດ-ສະ​ຫະ​ພາບ​ອາ​ຟ​ຣິກ​ກາ​ປະ​ຈຳ​ດາ​ຟູ​ຊູ​ດັງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ