5 ປີຜ່ານມາ, ມາ​ເລ​ເຊຍ​ຈັບ​ຜູ້​​ສົງ​ໄສ​​ເປັນ​ສະມາຊິກ​ກຸ່ມກໍ່​ການ​ຮ້າຍ​ໄດ້ 310 ​ຄົນ
2017-08-09 11:02:56  cri 

ທ່ານ​ອາ​ມັດ ຈາ​ຮິດ ຮາ​ມີ​ດີ ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​ລັດຖະມົນຕີ​ກະຊວງ​ພາຍ​ໃນ​ມາ​ເລ​ເຊຍ ​ໄດ້​ຕອບ​ກະທູ້​ຖາມຂອງ​ສະມາຊິກ​ສະພາ​ຫວ່າງ​ບໍ່​ດົນ​ມາ​ນີ້ວ່າ: ນັບ​ແຕ່​ປີ 2013 ຫາວັນ​ທີ 30 ມິຖຸນາ​ປີ​ນີ້, ສາມາດ​ຈັບຜູ້​ຕ້ອງ​ສົງ​ໄສ​ທີ່​ກ່ຽວຂ້ອງ​ກັບ​ການ​ເຄື່ອນ​ໄຫວ​ກໍ່​ການ​ຮ້າຍ​ຂອງ​ກຸ່ມ​ຫົວ​ຮຸນ​ແຮງ IS ​ໄດ້ 310 ຄົນ ​ໃນ​ນີ້ມີ​ພົນລະ​ເມືອງມາ​ເລ​ເຊຍ​ເອງ 258 ຄົນ ​ແລະ ອີກ 50 ຄົນ​ເປັນ​ພົນລະ​ເມືອງ​ຂອງ 14 ປະ​ເທດ.

​ເນື່ອງ​ຈາກ​ລັດຖະບານ​ມາ​ເລ​ເຊຍ​ໃຊ້​ມາດ​ຕະການ​ປາບ​ປາມ​ການ​ເຄື່ອນ​ໄຫວ​ກໍ່​ການ​ຮ້າຍ​ ຂອງ​ກຸ່ມ IS ທຸກ​ຮູບ​ແບບ​ແລະ​ເຂັ້ມງວດ​ທີ່​ສຸດ ຈຶ່ງຖືກຂົ່ມຂູ່​ຈາກ​ກຸ່ມດັ່ງກ່າວມາ​ໂດຍ​ຕະຫຼອດ ​​ດັ່ງ​ເມື່ອເດືອນ​ມິຖຸນາ​ປີຜ່ານມາ, ຢູ່​ປະ​ເທດ​ດັ່ງກ່າວ​ໄດ້​ເກີດ​ເຫດການຫຼອນ​ໂຈມ​ຕີ​ກໍ່​ການ​ຮ້າຍ ​ໂດຍ​ສະມາຊິກ​ກຸ່ມ IS ​ໄດ້​ໃຊ້ລະ​ເບີດ​ມື​ໂຈມ​ຕີຮ້ານ​ກິນ​ດື່ມ​ແຫ່ງ​ໜຶ່ງ​ຢູ່​ລັດ​ເຊ​ລານ​ກໍ ສົ່ງ​ຜົນ​ເຮັດ​ໃຫ້ 8 ຄົນ​ບາດ​ເຈັບ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ