ກອງ​ປະຊຸມ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ຈີນ-ອາ​ຊຽນຄັ້ງທີ 11 ຮັບຮອງ​ເອົາ​ຖະ​ແຫຼງການ​ຊຽມຣຽບ
2017-08-09 11:05:10  cri 

ກອງ​ປະຊຸມ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ຈີນ-ອາ​ຊຽນຄັ້ງທີ 11 ​ໄດ້​ອັດ​ລົງ​ຢູ່​ເມືອງ​ຊຽມຣຽບ ປະ​ເທດ​ກຳປູ​ເຈຍ​ໃນ​ວັນ​ທີ 8 ສິງຫາ​ນີ້ ຫຼັງຮັບຮອງ​ເອົາ "ຖະ​ແຫຼງການ​ຊຽມຣຽບ.
ຖະ​ແຫຼງການລະບຸ​ວ່າ: ບັນດາ​ຝ່າຍ​ຍິນ​ດີ​ຖື​ເອົາ​ການ​ສ້າງຕັ້ງການ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດຈີນ-ອາ​ຊຽນທີ່ຈະຄົບຮອບ 15 ປີ​ໃນປີ 2018 ​ເປັນ​ໂອກາດ ​ເພີ່ມ​ທະວີ​ການ​ປຶກສາ​ຫາລື​ທາງ​ຍຸດ​ທະ​ສາດ​ຕື່ມ​ອີກ, ລົງ​ເລິກ​ການ​ຮ່ວມ​ມື​ທີ່​ແທ້​ຈິງ, ພັດທະນາ​ການ​​​ແລກປ່ຽນ​ແລະຮ່ວມ​ມືດ້ານ​ວັດທະນະທຳ​ໃຫ້​ກາຍ​ເປັນ​ເສົາ​ຄ້ຳ​ທີ 3 ຂອງ​ການ​ພົວພັນ​ຈີນ-ອາ​ຊຽນ, ປະກອບສ່ວນ​ທັງ​ສະຕິ​ປັນຍາ​ແລະ​​ເຫື່ອ​ແຮງ​ເພື່ອ​ສ້າງ​ປະຊາ​ຄົມ​ຮ່ວມ​ຊະ​ຕາ​ກຳ​ຈີນ-ອາ​ຊຽນ​ໃຫ້​ແໜ້ນ​ແຟ້ນຍິ່ງ​ຂຶ້ນ.

ຖະ​ແຫຼງການ​ຍັງ​ລະບຸ​ອີກວ່າ: ປະ​ເທດ​ໃນ​ອາ​ຊຽນຕັ້ງຢູ່​ເຂດ​ທີ່​ເປັນ​ຈຸດ​ຄົບ​ທາງບົ​ກ​ແລະ​ທາງ​ທະ​ເລ​ຂອງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ", ​ແມ່ນ​ທິດ​ທາງ​ບຸລິມະສິດ​ແລະ​ເປັນ​ຄູ່​ຮ່ວມ​ທີ່​ສຳຄັນ​​ໃນ​ການ​ຊຸກຍູ້​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ເຊິ່ງບັນດາ​ຝ່າຍ​​ໄດ້ສະໜັບ​ສະ​ໜູນ​​ໂດຍ​ການເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ລະຫວ່າງຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ກັບ​ແຜນ​ພັດທະນາ​ຂອງ​ບັນດາ​ປະ​ເທດ​ໃນ​ອາ​ຊຽນ, ລົງ​ເລິກ​ການ​ຮ່ວມ​ມື​​ເພື່ອການ​ເຊື່ອມ​ຈອດ ​ແລະ ຄວາມ​ສາມາດ​ການ​ຜະລິດ, ຍິນ​ດີ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ຂົວ​ເຊື່ອມ​ຕໍ່​ໃນ​ຂົງ​ເຂດ​ຮ່ວມ​ມື​ຕ່າງໆ ​ເປັນຕົ້ນ ການ​ແລກປ່ຽນ​ນະ​ໂຍບາຍ, ການ​ເຊື່ອມ​ຈອດ​ພື້ນຖານ​ໂຄງ​ລ່າງ, ການ​ສ້າງ​ຄວາມ​ສະດວກ​ດ້ານ​ການ​ຄ້າ ​ແລະ ທຸລະ​ກຳ​ທາງ​ການ​ເງິນ​ໃຫ້​ກັນ​ແລະ​ກັນ.

ນອກ​ນີ້, ກອງ​ປະຊຸມ​ໄດ້​ຕົກລົງ​ຈະ​ຈັດ​ກອງ​ປະຊຸມ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ຈີນ-ອາ​ຊຽນຄັ້ງທີ 12 ຢູ່​ອິນ​ໂດ​ເນ​ເຊຍ​ໃນ​ປີ 2019.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ