ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ເປັນ​ສິ່ງ​​ສຳຄັນ​ທີ່​ສຸດ​ຢູ່​ທະ​ເລ​ຈີນ​ໃຕ້
2017-08-09 11:06:58  cri 

ທ່ານ​ອາ​ລານ ປີ​ເຕີ ຄາ​ເຢຕາ​ໂນ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຟິລິບ​ປິນ ​ໄດ້​ກ່າວ​ໃນ​ພິທີ​ຖະ​ແຫຼງຂ່າວ​​ໃນວັນ​ທີ 8 ສິງຫາ​ນີ້​ວ່າ: ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດຢູ່​ທະ​ເລ​ຈີນ​ໃຕ້ ​ແລະຟິລິບ​ປິນກໍຫວັງວ່າ​ຢູ່​ທະ​ເລ​ຈີນ​ໃຕ້ຈະ​ບໍ່​ມີ​ການ​ວິວາດ​ກັນ​ຄັ້ງ​ໃໝ່. ຂະນະ​ທີ່​ເມື່ອ​ມໍ່ໆ​ມາ​ນີ້, ​ອາ​ເມ​ລິ​ກາ, ຍີ່ປຸ່ນ ​ແລະ ອົສຕຣາລີ ​ໄດ້​ອອກ​ຖະ​ແຫຼງການ​ຕ່າງຫາກ​ກ່ຽວ​ກັບ​ບັນຫາ​ທະ​ເລ​ຈີນ​ໃຕ້​ນັ້ນ, ທ່ານ​ຄາ​ເຢຕາ​ໂນ ກ່າວ​ວ່າ: ປະ​ເທດ​ຕົນ​ເປັນ​ປະ​ເທດ​ອະທິປະ​ໄຕ​ທີ່​ເປັນ​ເອກະລາດ ຈຶ່ງ​ບໍ່ຈຳ​ເປັນ​ໃຫ້​ປະ​ເທດອື່ນ​ມາບ​ອກ​ວ່າ​ຄວນ​ເຮັດ​ຫຍັງ.

ຂ່າວ​ລາຍ​ງານ​ຕື່ມ​ວ່າ: ທ່ານ​ຄາ​ເຢຕາ​ໂນ ​ໄດ້​ສະຫຼຸບບັນດາກອງ​ປະຊຸມລັດຖະມົນຕີ​ຕ່າງ​ປະ​ເທດ​ອາ​ຊຽນວ່າ: ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ເປັນ​ສິ່ງ​​ສຳຄັນ​ທີ່​ສຸດ​ຢູ່​ທະ​ເລ​ຈີນ​ໃຕ້ ​ເຖິງ​ວ່າ​ປະ​ເທດ​ຕ່າງໆ​ມີ​ຄວາມ​ຂັດ​ແຍ້​ງກັນ​ກ່ຽວ​ກັບ​ອະທິປະ​ໄຕ​ເໜືອ​ທະ​ເລ​ຈີນ​ໃຕ້, ​ແຕ່​ກໍບໍ່​ຄວນ​ໃຫ້​ຄວາມ​ຂັດ​ແຍ້​ງດັ່ງກ່າວ​ກະທົບ​ເຖິງ​ສາຍ​ພົວພັນ​ທີ່​ດີ​ລະຫວ່າງ​ປະ​ເທດ​ກັບປະ​ເທດ ​ແລະ ປັດຈຸບັນ, ຈີນ​ແລະ​ປະ​ເທດ​ໃນ​ອາ​ຊຽນພວມ​ພັດທະນາ​ກ້າວ​​ເດີນໄປ​ຕາມ​ເສັ້ນທາງ​ທີ່​ດີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ