"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ຈະ​ສ້າງ​ໂອກາດ​ໃໝ່​ໃຫ້​ແກ່ການ​ຄ້າ​ແລະ​ການ​ລົງທຶນ
2017-08-09 15:57:47  cri 

ທ່ານ​ນາ​ຈິບ ຕຸ​ນ ຣາຊັກ ນາຍົກລັດຖະມົນຕີມາ​ເລ​ເຊຍ ກ່າວ​ໃນ​ວັນ​ທີ 8 ສິງຫາ​ນີ້​ວ່າ: ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ຈະ​ສາມາດ​ປ່ຽນ​ແປງ​ເສດຖະກິດ​ໃນ​ພາກ​ພື້ນ​ຢ່າງ​ໃຫຍ່ຫຼວງ ​ແລະ ສ້າງ​ໂອກາດ​ໃໝ່​ໃຫ້​ແກ່ການ​ຄ້າ​ແລະ​ການ​ລົງທຶນ.

ທ່ານ​ນາ​ຈິບ ຕຸ​ນ ຣາຊັກ ​ໄດ້​ໃຫ້​ທັດສະນະ​ດັ່ງກ່າວ ຂະນະ​ເຂົ້າຮ່ວມ​ເວທີ​ປຶກສາ​ຫາລື​ເສດຖະກິດ​ໃນ​ວັນ​ດັ່ງກ່າວ ທັງ​ກ່າວ​ດ້ວຍ​ຄວາມເຊື່ອໝັ້ນ​ວ່າ ສຳລັບ​ເສດຖະກິດ​ໃນ​ພາກ​ພື້ນ​ນັ້ນ, ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ຈະ​ເຮັດ​ໃຫ້​ເກີດການ​ປ່ຽນ​ແປງ​ຢ່າງ​ໃຫຍ່ຫຼວງ ​ໂດຍ​ສາມາດ​ສ້າງ​​ໂອກາດ​ທາງ​ການ​ຄ້າ​ແລະ​ການ​ລົງທຶນ​ທີ່​ໃຫຍ່ຫຼວງ ​ໂດຍ​ຜ່ານ​ການ​ປັບປຸງ​ການ​ເຊື່ອມ​ຈອດ​ທັງທາງບົກ​ແລະ​ທາງ​ທະ​ເລ.

ທ່ານ​ນາ​ຈິບ ກ່າວ​ຕື່ມ​ວ່າ: ປະ​ເທດ​ຕົນ​ແລະ​ຈີນ​ໄດ້​ເຊັນ​ສັນຍາ​ຮ່ວມ​ມືຫຼາຍສະບັບ, ຂະນະ​ທີ່​ຈີນ​ມີ​ຄຳ​ໝັ້ນສັນຍາ​ໃນ​ການ​ລົງທຶນ​ຕໍ່​ມາ​ເລ​ເຊຍ​ນັ້ນ ​ແມ່ນ​ໝາກຜົນ​ທີ່​ໄດ້​ຮັບ​ໃນ​ການ​ພັດທະນາ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ. ​ແນວ​ໃດ​ກໍ​ດີ, ຈີນ​ແມ່ນ​ກຸ່ມ​ເສດຖະກິດ​ໃຫຍ່​ອັນ​ດັບ​ສອງ​ຂອງ​ໂລກ ທີ່ມາ​ເລ​ເຊຍ​ບໍ່​ມີ​​ເຫດຜົນ​​ໃດທີ່​ຈະ​ປະຕິ​ເສດ​ການ​ລົງທຶນ​ຈາກ​ຈີນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ