ສ້າງຕັ້ງສະຫະພັນ​ອຸດສາຫະກຳສູນ​ຂໍ້​ມູນ​ຂ່າວສານ​ຈີນ-ອາ​ຊຽນ
2017-08-09 15:59:31  cri 

ພິທີ​ສະຫຼອງຜົນສຳ​ເລັດ​ໃນການ​ສ້າງຕັ້ງສະຫະພັນ​ອຸດສາຫະກຳ​ສູນ​ຂໍ້​ມູນ​ຂ່າວສານ​ຈີນ-ອາ​ຊຽນ ​ໄດ້​ຈັດ​ຂຶ້ນຢູ່​ເມືອງ​ໜານ​ໜິງ ​ເຂດ​ກວາງຊີ​ ສປ ຈີນ ​ໃນ​ວັນ​ທີ 8 ສິງຫາ​ນີ້ ​ໂດຍ​ມີ​ວິ​ສາ​ຫະກິດ​ອິນ​ເຕີ​ເນັດ, ​ເຕັກນິກ​ຂໍ້​ມູນ​ຂ່າວສານ, ການ​ຈໍ​ລະ​ຈອນ​ສິນຄ້າ ​ພ້ອມ​ດ້ວຍ​ໂຮງຮຽນ​ຊັ້ນສູງ ​ແລະ ສະ​ຖາ​ບັນ​ຄົ້ນຄວ້າ 300 ກວ່າ​ແຫ່ງຂອງ​ຈີນ​ແລະ​ຕ່າງປະ​ເທດ​ເຂົ້າຮ່ວມ​​ເປັນ​ສະມາຊິກສະຫະພັນ​ດັ່ງກ່າວ.

ທ່ານ​ຈ່າງ​ສຽວ​ຊິ່ນ ຮອງ​ປະທານ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີ ກ່າວ​ວ່າ: ສູນ​ຂໍ້​ມູນ​ຂ່າວສານ​ຈີນ-ອາ​ຊຽນ ​ແມ່ນ​ໂຄງການ​​ສຳຄັນ​ໃນ​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ", ການ​ທີ່​ເລັ່ງລັດ​ສ້າງສະຖານີ​​ເຄ​ເບິນ​ໃຕ້ທະ​ເລສູ່​ພາກ​ພື້ນ​ດິນສາກົນ(Cable Landing Station ຫຼື CLS), ຈຸດ​ຄົບ​ການ​ສື່ສານ, ສູນຄຳນວນ​ແບບ​ຄຼາວ(cloud computing) ​ແລະ​ໂຄງການ​ອື່ນໆ ​ໂດຍ​ປິ່ນ​ອ້ອມ​ການ​ສ້າງ 5 ​ເວທີ ຄື ພື້ນຖານ​ໂຄງ​ລ່າງ, ການ​ຮ່ວມ​ມື​ດ້ານ​ເຕັກ​ໂນ​ໂລຊີ, ການ​ບໍລິການ​ເສດຖະກິດ​ການ​ຄ້າ, ການ​ຊົມ​ໃຊ້​ຂໍ້​ມູນ​ຂ່າວສານ​ຮ່ວມ ​ແລະ ການ​ແລກປ່ຽນ​ວັດທະນະທຳ ຈະ​ກໍ່​ຕົວ​ເປັນ​ສູນ​ກາງຂໍ້​ມູນຂ່າວສານ​ແລະ​ການ​ສື່ສານ​ຈີນ-ອາ​ຊຽນ​ໂດຍ​ຖື​ເອົາ​ເຂດ​ຕົນ​ເປັນ​ຈຸດ​ພື້ນຖານ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ