ພິທີມອບ-ຮັບໜ້າທີ່ ລະຫວ່າງຜູ້ອຳນວຍການໃຫຍ່ ບໍລິສັດ ອິທີແອລ ມະຫາຊົນ ແລະ ຜູ້ອຳນວຍການໃຫຍ່ ບໍລິສັດ ອິທີແອລ ຈຳກັັດ
2017-08-09 15:57:32  cri 

  ຕາມຂ່າວ CRI: ຕອນເຊົ້າວັນທີ 8 ສິງຫານີ້, ທີ່ບໍລິສັດ ອິທີແອລ ມະຫາຊົນ ນະຄອນຫຼວງວຽງຈັນ ໄດ້ຈັດໄດ້ມີ ພິທີມອບ-ຮັບ ໝ້າທີ່ລະຫວ່າງ
ທ່ານ ທອງສີ ວິໄລວົງ ຜູ້ອຳນວຍການໃຫ່ຍ ບໍລິສັດ ອິທີແອລ ມະຫາຊົນ ແລະ ທ່ານ WU JIANG  CHENG ຜູ້ອຳນວຍການໃຫ່ຍບໍລິສັດ
ອິທີແອລ ຈຳກັດ.

   ໂດຍເປັດກຽດເຂົ້າຮ່ວມເປັນສັກຂີພະຍານຂອງທ່ານ ທັນສະໄໜ ກົມມະສິດ ກຳມະການ ສູນກາງພັກ ລັດຖະມົນຕີ ກະຊວງໄປສະນີໂທລະຄົມ
ມະນາຄົມ ແລະ ສື່ສານ, ທ່ານນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ກະຊວງການເງິນ, ທ່ານ WANG QI HUI ທີ່ປຶກສາດ້ານ
ເສດຖະກິດ ສະຖານທູດ ສປ ຈີນ ປະຈຳ ສປປ ລາວ, ທ່ານ HUO DONG LING ປະທານສະພາບໍລິຫານ ອງກຸ່ມບໍລິສັດຄອມບາ, ທັງ
ເປັນຜູ້ຕາງໝ້າຜູ້ຖືຮູ້ນຝ່າຍບໍລິສັດ ເຈຍຟູ ໂຮນດິ້ງ ຈຳກັດ ຂອງບໍລິສັດ ອິທີແອລ ຈຳກັດ,ພ້ອມດ້ວຍບັນດາພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

  ເພື່ອປະຕິບັດຕາມສັນຍາຮ່ວມທຶນລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ບໍລິສັດເຈຍຟູ ໂຮນດິ້ງ ຈຳກັດ ໂດຍເຫັນດີເປັນເອກະພາບຂອງ
ຜູ້ຕາງໝ້າຜູ້ຖືຮຸ້ນຂອງ ທັງສອງຝ່າຍ. ຈາກການຊີ້ນຳ ນຳພາຂອງຄະນະອຳນວຍການ ບໍລິສັດ ອິທີແອລ ມະຫາຊົນ ນັບແຕ່ມື້ທີຄະນະໄດ້ຮັບການ
ແຕ່ງຕັ້ງ ໃນເດືອນ 9 ປີ 2015 ເປັນຕົ້ນມາ. ໃນໂອກາດນີ້ ທ່ານ ທັນສະໄໜ ກົມມະສິດ ກຳມະການສູກກາງພັກ ລັດຖະມົນຕີ ກະຊວງໄປສະນີ
ໂທລະຄົມມະນາ ຄົມ ແລະ ການສື່ສານ ໄດ້ໃຫ້ການໂອ້ລົມ ຊຶ່ງທ່ານໄດ້ຍົກໃຫ້ເຫັນຖິງຄວາມຈຳເປັນພາວະວິໃສ ແລະ ການຕັດສິນໃຈ ຂອງລັດ
ຖະບານ ໃນການຫັນບໍລິສັດ ອິທີແອລ ມະຫາຊົນ ໄປເປັນບໍລິສັດ ຮ່ວມທຶນ ກັບ ຕ່າງປະເທດ ພ້ອມກັນນັ້ນ ກໍ່ໄດ້ຍ້ອງຍໍຊົມເຊີຍ ຄະນະອຳນວຍ
ການ ບໍລິສັດ ອິທີແອລ ມະຫາຊົນ ຊຸດປະຈຸບັນ ທີ່ໄດ້ອົດທົນຜ່ານຜ່າ ທຸກອຸປະສັກນາໆປະການເພື່ອປະຄັບ ປະຄອງການດຳເນີນທຸລະກິດ ຂອງ
ບໍລິສັດ ໃຫ້ສາມາດໃຫ້ບໍລິການແກ່ສັງຄົມ ແລະ ປະສົບຜົນສຳເລັດໃນຫຼາຍໆດ້ານ ພະນັກງານມີຄວາມສະຫງົບ ສາມາດມອບພັນທະໄຫ້ລັດຖະບານ
ໄດ້ຄົບຖ້ວນຕາມແຜນການທີ່ວ່າງໄວ້. ພ້ອມນີ້ ທ່ານກໍ່ໄດ້ຊົມ ເຊີຍ  ບັນດາສະ ມາຊິກ ພັກພະນັກງານ ບໍລິສັດອິທີແອລ ມະຫາຊົນ ທຸກຄົນໄດ້ຫ້າວ
ຫັນປະຕິບັດໝ້າທີວຽກງານ ວິຊາສະເພາະຂອງຕົນດ້ວຍຄວາມຫ້າວຫັນທຸ່ນທ່ຽງເຊື່ອໝັ້ນຕໍ່ການນຳພາ ຂອງພັກ ແລະ  ລັດຖະບານ ປະຕິບັດໝ້າທີ
ດ້ວຍຄວາມຮັບຜິດຊອບສູງ ແລະ ຮຽກຮ້ອງມາຍັງ ບັນດາສະມາຊິກພັກ ພະນັກງານທຸກຄົນ ພາຍໃຕ້ການຊີ້ນຳ ຂອງຄະນະອຳນວຍການ ບໍລິສັດ
ອິທີແອລ ຈຳກັດ ໃຫ້ສືບຕໍ່ຮັກສາມູນເຊື້ອອັນດີງາມ ຂອງຕົນໄວ້ ພ້ອມກັນຕັ້ງໝ້າປະຕິບັດ ໝ້າທີຮັບຜິດຊອບ ຂອງຕົນໃຫ້ປະສົບຜົນສຳເລັດຕາມ
ແຜນການທີ່ວ່າງໄວ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ