ປາ​ແລັ​ສ​ຕິນ​ຂໍ​​ເຂົ້າເປັນ​ສະ​ມາ​ຊິກ​ສົມ​ບູນ​ຂອງ​ ສ​ປ​ຊ ອີກ​ເທື່ອ​ໜຶ່ງ
2017-08-09 10:58:14  cri 
ທ່ານ​ຣິ​ຢັດ ອານ ມານ​ກີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ປາ​ແລັ​ສ​ຕິນ​ເປີດ​ເຜີຍ​ວ່າ, ​ປະ​ເທດ​ຕົນຈະ​ຍື່ນ​ໃບ​ຮ້ອງ​ຂໍ​ຕໍ່​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ອີກ​ເທື່ອ​ໜຶ່ງ ເພື່ອ​ເຂົ້າ​ເປັນ​ສະ​ມາ​ຊິກ​ສົມ​ບູນ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ.

​ໃນມື້​ດຽວ​ກັນ, ຢູ່​ຣາ​ມາ​ລາ ຕົວ​ເມືອ​ງ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ, ທ່ານ​ມານ​ກີ​​ໄດ້ພົບ​ປະ​​ກັບທ່ານ​ເປີ ໂອ​ເມ​ອູ​ສ໌ ທູດ​ພິ​ເສດ​ສັນ​ຕິ​ພາບ​ຊູ​ແອດ​ແລະ​ໄດ້ຖະ​ແຫຼງວ່າ "​ການ​ຂໍ​ເຂົ້າເປັນ​ປະ​ເທດ​ສະ​ມາ​ຊິກ​ສົມ​ບູນ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ເປັນ​ເລື່ອງ​ທີ່​ພວກ​ເຮົາ​ຈະ​ຍຶດ​ໝັ້ນ​ໂດຍ​ບໍ່​ປ່ຽນ​ແປງ."

ທ່ານ​ມາ​ມຸດ ອັບ​ບາ​ສ໌ ຜູ້​ນຳ​ປາ​ແລັ​ສ​ຕິນ​ໄດ້​ຍື່ນ​ໃບ​ຮ້ອງ​ຂໍ​ເຂົ້າ​ເປັນ​ປະ​ເທດ​ສະ​ມາ​ຊິກ​ສົມ​ບູນ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຕໍ່​ທ່ານ​ບັນ​ກີ​ມູນ ອະ​ດີດ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​​ເມື່ອ​ເດືອນ​ກັນ​ຍາ​ປີ 2011, ແຕ່​ສະ​ພາ​ຄວາມ​ໝັ້ນ​ຄົງ​ບໍ່​ຮັບ​ຮອງ. ຂະ​ນະ​ທີ່ວັນ​ທີ 29 ພະ​ຈິກ​ປີ 2012, ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ສະ​ໄໝທີ 67 ໄດ້ຮັບ​ຮອງ​ເອົາມະ​ຕິ​ໃຫ້​ປາ​ແລັ​ສ​ຕິນ​ກາຍ​ເປັນ​ປະ​ເທດ​ສັງ​ເກດ​ການ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ