ຈັດ​ພິ​ທີ​ເຊັນ "ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ສູນ​ຈີນ-ອາ​ຊຽນ​ສະ​ບັບ​ປັບ​ປຸງ"ຢູ່​ມາ​ນີ​ລາ
2017-08-10 10:09:33  cri 
ວັນ​ທີ6ສິງ​ຫາ​ນີ້, ​ພິ​ທີ​ເຊັນ "ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ສູນ​ຈີນ-ອາ​ຊຽນ​ສະ​ບັບ​ປັບ​ປຸງ"ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ມາ​ນີ​ລາ​ປະ​ເທດ​ຟິ​ລິບ​ປິນ. ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດຫຼື​ຜູ້​ຕາງ​ໜ້າ​ຂອງຈີນ​ແລະ​10 ປະ​ເທດ​ອາ​ຊຽນ​ໄດ້​ເຂົ້າ​ຮ່ວມ​ພິ​ທີ່​ດັ່ງ​ກ່າວ, ທ່ານ​ວາງ​ອີ້ ລັດ​ຖະ​ມົ​ນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ແລະ ລັດ​ຖະ​ມົນ​ຕີຕ່າງ​ປະ​ເທດ ຫຼື​ຜູ້​ຕາງ​ໜ້າ 10 ປະ​ເທດ​ອາ​ຊຽນ​ຕ່າງ​ກໍ​ໄດ້​ລົງ​ນາມ​ໃນບົດ​ບັນ​ທຶກ​​ດັ່ງ​ກ່າວ. ຝ່າຍ​ຕ່າງໆ​ປາ​ຖະ​ໜາ​ສູນ​ຈີນ-ອາ​ຊຽນ​ປະ​ກອບ​ສ່ວນຫຼາຍກວ່າ​ເກົ່າ​ເຂົ້າ​ໃນ​ການ​ລົງ​ເລິກ​ການ​ຮ່ວມ​ມື​ສອງ​ຝ່າຍ.

"ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ລະ​ຫວ່າງ​ສ​ປ​ຈີນ​ກັບ​ລັດ​ຖະ​ບານ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ສູນ​ຈີນ-ອາ​ຊຽນ"ໄດ້​ລົງ​ນາມ​ຢູ່​ຫົວ​ຫິນ​ຂອງ​ປະ​ເທດ​ໄທ​ໃນ​ວັນ​ທີ25ຕຸ​ລາ​ປີ2009. ການ​ເຊັນ "ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈສະ​ບັບ​ປັບ​ປຸງ"​ຄັ້ງ​ນີ້​ໄດ້​ກຳ​ນົດວ່າ, ສູນ​ຈີນ-ອາ​ຊຽນ​ເປັນ​ສູນ​ຂໍ້​ມູນ​ແລະ​ການ​ເຄື່ອນ​ໄຫວ​ແບບ​ປະ​ຕູ​ດຽວ, ໂດຍ​ສຸມ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນກັບ​ອ​າ​ຊຽນ​ໃນ​ຂົງ​ເຂດ​ການ​ຄ້າ ການ​ລົງ​ທຶນ, ການ​ທ່ອງ​ທ່ຽວ, ການ​ສຶກ​ສາ, ວັດ​ທະ​ນະ​ທຳ​ແລະ​ສື່​ຂໍ້​ມູນ​ຂ່າ​ວ​ສານ.  "ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ສູນ​ຈີນ-ອາ​ຊຽນ​ສະ​ບັບ​ປັບ​ປຸງ"ຈະ​ທົດ​ທຶນ​ບົດ​ບັນແທນ​ຄວາມ​ເຂົ້າ​ໃຈ​ສະ​ບັບ​ປີ2009ຫຼັງ​ຈາກ​ບັນ​ດາ​ຝ່າຍ​ສຳ​ເລັດ​ຂັ້ນ​ຕອນ​ທີ່​ກ່ຽວ​ຂ້ອງ​ແລະ​ບັງ​ເກີດ​ຜົນສັກ​ສິດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ