ກຳ​ມະ​ກອນ​ກຳ​ປູ​ເຈຍໜຶ່ງ​ພັນ​ຄົນ​ຈະ​ຂຶ້ນ​ຕຳ​ແໜ່ງ​ຢູ່​ຮົງ​ກົງ​ຈີນ
2017-08-10 10:16:18  cri 
​ໃນ​ງານ​ສຳ​ມະ​ນາ​ພາຍ​ໃຕ້​ຫົວ​ຂໍ້​ວ່າ "ຮັບ​ສະ​ໝັກ ອົບ​ຮົມ​ວິ​ຊາ​ຊີບ ບໍ​ລິ​ຫານ​ແລະ​ຂົນ​ສົ່ງ" ທີ່​ຈັດ​ຂຶ້ນຢູ່​ນະ​ຄອນຫຼວງ​ພະ​ນົມ​ເປັນ​ໃນວັນ​ທີ9ສິງ​ຫາ​ນີ້, ກ​ະ​ຊວງ​ແຮງ​ງານ​ແລະ​ອົບ​ຮົມ​ວິ​ຊາ​ຊີບ​ກຳ​ປູ​ເຈຍ​ກ່າວ​ວ່າ, ກຳ​ມະ​ກອນ​ພັນ​ຄົນ​ງວດ​ທຳ​ອິດ​ຂອງ​ກຳ​ປູ​ເຈຍ​ຈະ​ຂຶ້ນ​ຕຳ​ແໜ່ງ​ຢູ່​ຮົງ​ກົງ​ຈີນ.

ທ່ານ​ອິດ​ຊຳ​ເຮັງ ລັດ​ຖະ​ມົນ​ຕີກ​ະ​ຊວງ​ແຮງ​ງານ​ແລະ​ອົບ​ຮົມ​ວິ​ຊາ​ຊີບ​ກຳ​ປູ​ເຈຍ​ກ່າວ​ວ່າ, ນັບ​ແຕ່​ວັນ​ທີ1ມີ​ນາ​ຜ່ານ​ມາ, ຫ້ອງ​ການ​ກວດ​ຄົນ​ເຂົ້າ​ເມືອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ຈີນ​ໄດ້​ຜ່ອນ​ຄາຍ​ມາດ​ຕະ​ຖານ​ວີ​ຊາ​ສຳ​ລັບ​ພົນ​ລະ​ເມືອງ​ກຳ​ປູ​ເຈຍ, ໂດຍ​ກາຍ​ເປັນ​ຕະຫຼາດ​ໃໝ່​ຂອງ​ກຳ​ມະ​ກອນ​ກຳ​ປູ​ເຈຍ ໂດຍ​ຖັດ​ຈາກ​ໄທ, ສ.ເກົາຫຼີ, ມະ​ເລ​ເຊຍ, ຍີ່​ປຸ່ນ ແລະ​ສິງ​ກະ​ໂປ.

ວັນ​ທີ24ເມ​ສາ​ຜ່ານ​ມາ, ກ​ະ​ຊວງ​ແຮງ​ງານ​ແລະ​ອົບ​ຮົມ​ວິ​ຊາ​ຊີບ​ກຳ​ປູ​ເຈຍແລະ​ສະ​ມາ​ຄົມ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ກຳ​ປູ​ເຈຍ​ຮົງ​ກົງ​ຈີນ​ໄດ້​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ, ໂດຍ​ຈະ​ສົ່ງ​ກຳ​ມະ​ກອນ​ພັນ​ຄົນ​ຂອງ​ກຳ​ປູ​ເຈຍ​ເປັນ​ງວດ​ທຳ​ອິດ​ສູ່​ຮົງ​ກົງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ