ພະ​ຍາດ​ໄຂ້​ຍຸງ​ລະ​ບາດ​ຢ່າງ​ຮຸນ​ແຮງ​ຢູ່​ຫວຽດ​ນາມ
2017-08-10 10:56:05  cri 
ກົມ​ປ້ອງ​ກັນ​ພະ​ຍາດ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຫວຽດ​ນາມ​ແຈ້ງ​ຂ່າວ​ໃນ​ວັນ​ທີ9ສິງ​ຫາ​ນີ້​ວ່າ, ນັບແຕ່​ຕົ້ນ​ປີ​ນີ້​ມາ, ຢູ່​ຫວຽດ​ນາມ​ໄດ້​ພົບ​ຄົນ​ເປັນ​ພະ​ຍາດ​ໄຂ້​ຍຸງ 78.000ກວ່າ​ກໍ​ລະ​ນີ, ໃນ​ນັ້ນ 20 ຄົນ​ເສຍ​ຊີ​ວິດ, ເຊິ່ງ​ສູງກວ່າ​ສະ​ຖິ​ຕິ​ໃນ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ.

ຢູ່​ນະ​ຄອນຫຼວງ​ຮ່າ​ໂນ້ຍ​ຂອງ​ຫວຽດ​ນາມ​ໄດ້​ລາຍ​ງານ​ຜູ້​ເປັນ​ພະ​ຍາດ​ໄຂ້​ຍຸງຫຼາຍກວ່າ 1 ໝື່ນກໍ​ລະ​ນີ, ໃນ​ນັ້ນ 4 ຄົນ​ເສຍ​ຊີ​ວິດ. ຢູ່​ນະ​ຄອນ​ໂຮ​ຈີ​ມິນ​ໄດ້​ລາຍ​ງານ 11.733 ກໍ​ລະ​ນີ, ເພີ່ມ​ຂຶ້ນ 26%, ໃນ​ນັ້ນ 4 ຄົນ​ເສຍ​ຊີ​ວິດ. ​ມາ​ຮອດ​ປັດ​ຈຸ​ບັນ, ແຂວງ​ອັນ​ກຽງ ຢູ່​ພາກ​ໃຕ້​ໄດ້​ລາຍ​ງານ 2.300ກໍ​ລະ​ນີ, ເພີ່ມ​ຂຶ້ນ 27,6%, ຢູ່​ແຂວງ​ດົງ​ທັບ, ແຂວງ​ຕຼາ​ວິນ​ແລະ​ແຂວງກວາງ​ນາມທີ່​ພ​າກ​ກາງ ລ້ວນ​ແຕ່​ມີ​ຄົນ​ເຈັບຫຼາຍກວ່າ 1.000 ຄົນ.

ກະ​ຊວງ​ສາ​ທາ​ລ​ະ​ນະ​ສຸກ​ຫວຽດ​ນາມ​ເຫັນ​ວ່າ, ລະ​ດູ​ຝົນ​ປີ​ນີ້​ວຽນ​ມາ​ເຖິງ​ກ່ອນ​ປົກ​ກະ​ຕິ, ເຊິ່ງ​ເປັນ​ເງື່ອນ​ໄຂ​ເອື້ອ​ອຳ​ນວຍ​ໃຫ້​ແກ່​ການ​ແຜ່​ພັນ​ແລະ​ເຕີບ​ໃຫຍ່​ຂອງ​ຍຸງ, ຈຶ່ງ​ເຮັດ​ໃຫ້​ຄົນ​ເຈັບ​ເພີ່ມ​ຂຶ້ນຫຼາຍ​ເມື່ອ​ທຽບໃສ່​ປີ​ຜ່ານ​ມາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ