ຈີນ​ໄດ້​ສ້າງ​ປ້ອມ​ສາກ​ໄຟ​ສາ​ທາ​ລະ​ນະ​ກວ່າ 1 ແສນ 7 ໝື່​ນ​ເຄື່ອງ
2017-08-10 11:26:19  cri 
ພິ​ທີ​ຖະ​ແຫຼງ​ຂ່າວ​ງານ​ວາງ​ສະແດງ​ການ​ປະ​ຢັດ​ພະ​ລັງ​ງານ​ແລະ​ລົດ​ໃຊ້​ພະ​ລັງ​ງານ​ໃໝ່​ສາ​ກົນ​ 2017 ທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ເຫີ​ເຝີຍ ແຂວງ​ອ່ານ​ຮຸ່ຍ ສປ ຈີນ​ເມື່ອ​ມໍ່ໆ​ນີ້​ເປີດ​ເຜີຍ​ວ່າ: ປີ 2016 ຜ່ານ​ມາ, ປະ​ລິ​ມານ​ການ​ຈຳ​ໜ່າຍ​ລົດ​ໃຊ້​ພະ​ລັງ​ງານ​ໃໝ່​ຂອງ​ຈີນ​ບັນ​ລຸ​ເຖິງ 5 ແສນ 7000 ຄັນ ເຊິ່ງ​ຄອງ​ອັນ​ດັບ​ໜຶ່ງ​ໃນ​ໂລກ​ເປັນ 2 ປີ​ຕິດ​ຕໍ່​ກັນ.

ໂດຍ​ໄດ້​ຜົນ​ມາຈາກ​ການ​ພັດ​ທະ​ນາ​ຢ່າ​ງວ່ອງ​ໄວ​ຂອງ​ຂະ​ແໜງ​ການ​ລົດ​ໃຊ້​ພະ​ລັງ​ງານ​ໄຟ​ຟ້າ, ຈີນ​ກໍ​ໄດ້​ເລັ່ງ​ລົງ​ທຶນ​ກໍ່​ສ້າງ​ອຸ​ປະ​ກອນ​ສາກ​ໄຟ​ເຊັ່ນ​ກັນ. ອົງ​ການ​ພະ​ລັງ​ງານ​ແຫ່ງ​ຊາດ​ຈີນ​ເປີດ​ເຜີຍ​ວ່າ: ມາ​ຮອດ​ທ້າຍ​ເດືອນ​ເມ​ສາ​ປີ​ນີ້, ທົ່ວ​ປະ​ເທດ​ໄດ້​ສຳ​ເລັດ​ການ​ສ້າງ​ປ້ອມ​ສາກ​ໄຟ​ສາ​ທາ​ລະ​ນະ 1 ແສນ 7 ໝື່ນ 1000 ເຄື່ອງ.

ປັດ​ຈຸ​ບັນ, ນະ​ຄອນຫຼວງ​ປັກ​ກິ່ງ,ຊຽງ​ໄຮ,ເສິນ​ເຈີ້ນ​ແລະ​ຕົວ​ເມືອງ​ອື່ນໆ​ຕ່າງ​ກໍ​ໄດ້​ສ້າງ​ຕັ້ງ​ອົງ​ການ​ຄຸ້ມ​ຄອງ​ການ​ດຳ​ເນີນ​ທຸ​ລະ​ກິດ​ຂອງ​ພື້ນ​ຖານ​ໂຄງ​ລ່າງ​ສາກ​ໄຟ​ຂອງ​ເມືອງ​ຕົນ,ຂະ​ນະ​ທີ່​ສະ​ມາ​ຄົມ​ຂະ​ແໜງ​ການ​​ລະ​ດັບ​ຊາດ​ແລະ​ທ້ອງ​ຖິ່ນ​ກໍ​ໄດ້​ສ້າງ​ຕັ້ງ​ຂຶ້ນທັງ​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ຕັ້ງ​ໜ້າ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ