ກຳ​ປູ​ເຈຍ​ແລະ​ຈຸ່ງ​ກິ່ງ​ເຊັນ​ສັນ​ຍາ​ແລກ​ປ່ຽນ​ມິດ​ຕະ​ພາບ
2017-08-10 11:29:52  cri 
ຢູ່​ທີ່ກອງ​ປະ​ຊຸມ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ຈີນ-ອາ​ຊຽນ​ຄັ້ງ​ທີ 11 ທີ່​ຈັດ​ຂຶ້ນ​ຢູ່​ກຳ​ປູ​ເຈຍ​ໃນ​ວັນ​ທີ 8 ສິງ​ຫາ​ນີ້, ສະ​ມາ​ຄົມ​ມິດ​ຕະ​ພາບ​ກຳ​ປູ​ເຈຍຈີນ​ແລະ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຕໍ່​ຕ່າງ​ປະ​ເທດປະ​ຊາ​ຊົນ​ນະ​ຄອນ​ຈຸ່ງ​ກິ່ງຈີນ​ໄດ້​ລົງ​ນາມ​ໃນ​ສັນ​ຍາ​ວ່າ​ດ້ວຍ​ການ​ແລກ​ປ່ຽນ​ມິດ​ຕະ​ພາບ​ເພື່ອ​ກຳ​ນົດ​ທິດ​ທາງ​ການ​ຮ່ວມ​ມື​ແລະ​ການ​ແລກ​ປ່ຽນ​ໃນ​ຕໍ່​ໜ້າ.

ທ່ານ​ເອັກ​ຊຳ​ອອຍ ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ກຳ​ປູ​ເຈຍ​ຈີນ​ຢືນ​ຢັນ​ໂດຍ​ຫວັງ​ໃຫ້​ສອງ​ຝ່າຍ​ຖື​ໂອ​ກາດ​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​ເພື່ອ​ລົງ​ເລິກ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ກຳ​ປູ​ເຈຍ​ກັບ​ນະ​ຄອນ​ຈຸ່ງ​ກິ່ງ ແລະ​ສົ່ງ​ເສີມ​ການ​ເປີດ​ເສັ້ນ​ທາງ​ການ​ບິນ​ໂດຍ​ກົງ​ລະ​ຫວ່າງ​ຊຽມ​ລຽບ-ຈຸ່ງ​ກິ່ງ​ເພື່​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ຈຸ່ງ​ກິ່ງໄປ​ທ່ຽວ​ຊຽມ​ລຽບ. ຂະ​ນະ​ດຽວ​ກັນ​ກໍ​ຫວັງ​ວ່າ​ນັກ​ທຸ​ລະ​ກິດ​ຈຸ່ງ​ກິ່ງ​ມາ​ລົງ​ທຶນ​ຢູ່​ປະ​ເທດ​ຕົນ​ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ​ສະ​ມາ​ຄົມ​ມິດ​ຕະ​ພາບ​ກຳ​ປູ​ເຈຍ​ຈີນ​ຍິນ​ດີ​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ຕັ້ງ​ໜ້າ​ເພື່ອ​ການ​ຮ່ວມມື​ໃນ​ຂົງ​ເຂດ​ຕ່າງໆ​ລະ​ຫວ່າງ​ກຳ​ປູ​ເຈຍ​ແລະ​ຈຸ່ງ​ກິ່ງ.

ທ່ານ​ໂຈ່ວ​ຈື້​ກ່າງ ຫົວ​ໜ້າ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຕໍ່​ຕ່າງ​ປະ​ເທດ​ປະ​ຊາ​ຊົນ​ນະ​ຄອນ​ຈຸ່ງ​ກິ່ງ​ຢືນ​ຢັນ​ວ່າ ສະ​ມາ​ຄົມ​ຕົນ​ຈະ​ຮ່ວມ​ກັບ​ສະ​ມາ​ຄົມ​ມິດ​ຕະ​ພາບ​ກຳ​ປູ​ເຈຍ​ຈີນ​ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ດ້ານ​ວັດ​ທະ​ນະ​ທຳ,ເສດ​ຖະ​ກິດ,ທ່ອງ​ທ່ຽວ,ຊາວ​ໜຸ່ມ​ແລະ​ອື່ນ​ໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ