ລົງມືສ້າງໂຄງການທາງລົດໄຟຝັ່ງທະເລຕາເວັນອອກມະເລເຊຍຢ່າງເປັນທາງການ
2017-08-10 11:17:10  cri 

ໂຄງການທາງລົດໄຟຝັ່ງທະເລຕາເວັນອອກມະເລເຊຍທີ່ຈີນແລະມະເລເຊຍຮ່ວມກັນສ້າງນັ້ນໄດ້ເລີ່ມລົງມືກໍ່ສ້າງຢ່າງເປັນທາງການຢູ່ກວນຕັນໃນວັນທີ 9 ສິງຫານີ້. ທ່ານຫວາງຢົງ ທີ່ປຶກສາແຫ່ງລັດຈີນແລະທ່ານນາຈິບ ຕຸນ ຣາຊັກ ນາຍົກລັດຖະມົນຕີມະເລເຊຍໄດ້ເຂົ້າຮ່ວມພິທີເລີ່ມສ້າງ.

ໂອກາດດັ່ງກ່າວ, ທ່ານນາຈິບກ່າວວ່າ, ຍ້ອນລັດຖະບານທັງສອງມະເລເຊຍແລະຈີນປຶກສາຫາລືກັນແລະຮ່ວມມືກັນ, ໂຄງການທາງລົດໄຟຝັ່ງທະເລຕາເວັນອອກຈຶ່ງໄດ້ຮັບຄວາມຄືບໜ້າຢ່າງສະດວກ. ພາຍຫຼັງທາງລົດໄຟສ້າງສຳເລັດແລ້ວ, ຈະຫຼຸດເວລາຈາພາກຕາເວັນອອກແຫຼມມະເລໄປຫາຕົວເມືອງອື່ນໆໃຫ້ໜ້ອຍລົງຢ່າງຫຼວງຫຼາຍ ແລະຈະຜ່ອນຄາຍສະພາບການລົດຕິດໃນວັນພັກແລະວັນເສົາວັນທິດ, ຊຸກຍູ້ການພັດທະນາເສດຖະກິດຂອງລັດຕ່າງໆຢູ່ແຄມທະເລຕາເວັນອອກ ເຊິ່ງຈະສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນຈຳນວນ 4 ລ້ານ 4ແສນຄົນ.

ຕາມແຜນການ, ໂຄງການທາງລົດໄຟຝັ່ງທະເລຕາເວັນອອກຍາວ 688 ກິໂລແມັດ, ມູນຄ່າໃນສັນຍາປະມານ 12ຕື້ 800ລ້ານໂດລາສະຫະລັດ, ຈະໃຊ້ເວລາກໍ່ສ້າງ 7 ປີ, ຄວາມໄວຂົນສົ່ງຜູ້ໂດຍສານແມ່ນ 160 ກິໂລແມັດຕໍ່ຊົ່ວໂມງ ແລະຄວາມໄວສົນສົ່ງສິນຄ້າແມ່ນ 80 ກິໂລແມັດຕໍ່ຊົ່ວໂມງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ