ໄທຈະໃຊ້ຟອມເຂົ້າອອກໄທສະບັບງ່າຍແຕ່ເຕືອນຕຸລາປີນີ້ເປັນຕົ້ນໄປ
2017-08-10 11:18:27  cri 

ວັນທີ 9 ສິງຫານີ້, ກະຊວງພາຍໃນໄທແຈ້ງໃຫ້ຊາບວ່າ, ທ່ານປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີໄທໄດ້ລົງນາມໃນກົດລະບຽບທີ່ກ່ຽວຂ້ອງ ໂດຍກຳນົດວ່າ ເລີ່ມແຕ່ວັນທີ 1 ຕຸລາປີນີ້ເປັນຕົ້ນໄປ ຈະໃຊ້ຟອມເຂົ້າອອກເມືອງສະບັບໃໝ່ເພື່ອອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວຕ່າງປະເທດເຂົ້າອອກໄທ ແລະ ຈະຢຸດການນຳໃຊ້ຟອມເກົ່າໃນໄລຍະດຽວກັນ. ຟອມສະບັບໃໝ່ທີ່ງ່າຍກວ່າສະບັບເກົ່າຕ້ອງຂຽນຕາຕະລາງ 3 ໃບ.

ຫຼັງຈາກດຳລັດດັ່ງກ່າວປະກາດແລ້ວ, ສື່ມວນຊົນໄທຈຳນວນໜຶ່ງເຂົ້າໃຈຜິດວ່າ ລັດຖະບານຈະຍົກເລີກຟອມເຂົ້າອອກເມືອງ. ທ່ານອະນຸພົງ ປາວຈິນດາ ລັດຖະມົນຕີກະຊວງພາຍໃນຂອງໄທຕອບວ່າ, ເຄີຍມີຜູ້ປະກອບການໃນຂະແໜງການທ່ອງທ່ຽວສະເໜີໃຫ້ຍົກເລີກຟອມເຂົ້າອອກເມືອງແທ້, ແຕ່ກະຊວງທ່ອງທ່ຽວແລະກິລາເຫັນວ່າ ການໃຫ້ນັກທ່ອງທ່ຽວຂຽນຟອມເຂົ້າອອກເມືອງນັ້ນຈະສາມາດຊ່ວຍການເກັບກຳຂໍ້ມູນ, ສະນັ້ນລັດຖະບານຈຶ່ງເຮັດໃຫ້ຟອມດັ່ງກ່າວງ່າຍກວ່າເກົ່າ, ແຕ່ບໍ່ແມ່ນຍົກເລີກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ