ຕວກກີເລີ່ມສ້າງກຳແພງຊາຍແດນອີຣານ
2017-08-10 15:26:18  cri 

ວັນທີ 8 ສິງຫານີ້, ອົງການປົກຄອງແຂວງອັກຣີປະເທດຕວກກີອອກມາປະກາດວ່າ, ໄດ້ເລີ່ມສ້າງກຳແພງເພື່ອຄວາມສະຫງົບຢູ່ຊາຍແດນລະຫວ່າງຕວກກີ-ອີຣານແລ້ວ.

ສື່ມວນຊົນທ້ອງຖິ່ນລາຍງານວ່າ, ກະຊວງປ້ອງກັນປະເທດຕວກກີເປັນເຈົ້າການນຳພາກໍ່ສ້າງກຳແພງທີ່ຍາວ 144 ກິໂລແມັດຕາມແຜນການຢູ່ຕາມເສັ້ນຊາຍແດນລະຫວ່າງສອງປະເທດໂດຍຜ່ານແຂວງອັກຣີທາງຕາເວັນອອກແລະແຂວງເລເຕີປະເທດ. ຂະນະທີ່ທົ່ວສັງຄົມໃນປະເທດເຫັນວ່າ, ການກໍ່ສ້າງກຳແພງດັ່ງກ່າວກໍ່ເພື່ອປ້ອງກັນການໂຈມຕີຂ້າມຊາດຂອງກຳລັງປະກອບອາວຸດພັກກຳມະກອນຊາວເຄີດ ຫຼື PKK ຫຼັງໄດ້ກໍ່ເຫດການໂຈມຕີດ້ວຍລະເບີດມາແລ້ວຫຼາຍເທື່ອພາຍໃນ 2 ປີມານີ້ ແລະຈາກນີ້ ອາເມລິກາແລະສະຫະພາບເອີຣົບຈຶ່ງໄດ້ຈັດເປັນອົງການກໍ່ການຮ້າຍ.

ຂະນະດຽວກັນ, ຕວກກີແລະຊີຣີກໍພວມສ້າງກຳແພງຕາມຊາຍແດນ ເພື່ອເພີ່ມທະວີການຄຸ້ມຄອງຊາຍແດນ ເຊິ່ງມາຮອດປັດຈຸບັນການກໍ່ສ້າງໄດ້ສຳເລັດໄລຍະທຳແລ້ວອິດປະມານ 550 ກິໂລແມັດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ