ໂທລະພາບແຫ່ງຊາດລາວ ຊ່ອງ 3 ໄດ້ຮັບການຍົກລະດັບດ້ານເຕັກນິກຈາກລັດຖະບານ ສປ ຈີນ
2017-08-10 16:31:10  cri 

 

 

ອີງຕາມສັນຍາແລກປ່ຽນລະຫວ່າງລັດຖະບານ ສປ ຈີນ ແລະ ລັດຖະບານ ສປປ ລາວ ໃນວັນທີ 26 ມີຖຸນາ 2014ລັດຖະບານຈີນເຫັນ
ດີປະຕິບັດ ຊ່ວຍເຫຼືອຮ່ວມມືທາງດ້ານເຕັກນິກກັບໂທລະພາບແຫ່ງຊາດລາວຊ່ອງ 3 ໂຄງການດັ່ງກ່າວເລີ່ມຕົ້ນປະຕິບັດແຕ່ວັນທີ 8 ມັງກອນ
2015 ແລະ ສໍາເລັດໃນວັນທີ 7 ມັງກອນ 2017.

ພິທີເຊັນສັນຍາມອບ-ຮັບ ໂຄງການຊ່ວຍເຫຼືອຮ່ວມມືດ້ານເຕັກນິກໂທລະພາບແຫ່ງຊາດລາວ ຊ່ອງ 3 ຈາກລັດຖະບານ ສປ ຈີນ ລະຫວ່າງ
ທ່ານ ບຸນເຈົ້າ ພິຈິດ ຜູ້ອໍານວຍການໃຫຍ່ໂທລະພາບແຫ່ງຊາດລາວ ແລະ ທ່ານ ຫວັງ ຈິງຫຼີ ທີ່ປຶກສາດ້ານເສດຖະກິດການຄ້າຈີນປະຈໍາ
ສປປ ລາວ, ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 9 ສິງຫາ 2017 ນີ້, ທີ່ໂທລະພາບແຫ່ງຊາດລາວ  ໂດຍເປັນກຽດເຂົ້າຮ່ວມເປັນພິຍານ
ທ່ານ ແຄນທອງ ສີສຸວົງ ຮອງປະທານຄະນະກໍາມະການຮ່ວມມືລາວ-ຈີນ, ມີທ່ານ ປິ່ນປາຖະໜາ ພັນທະມາລີ ຫົວໜ້າກົມສື່ມວນຊົນ ກະ
ຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ພາກສ່ວນກ່ຽວຂ້ອງທັງສອງຝ່າຍ, ແຂກທີ່ເຊີນເຂົ້າຮ່ວມ.


  ທ່ານ ບຸນເຈົ້າ ພິຈິດ ຜູ້ອໍານວຍການໃຫຍ່ໂທລະພາບແຫ່ງຊາດລາວ, ກ່າວວ່າ: ໂຄງການຊ່ວຍເຫຼືອຍົກລະດັບດ້ານເຕັກນິກໂທ
ລະພາບແຫ່ງຊາດລາວ ຊ່ອງ 3 ຈາກລັດຖະບານ ສປ ຈີນ ຄັ້ງນີ້, ພາຍຫຼັງສ້າງສໍາເລັດໃນວັນທີ 7 ມັງກອນ 2017, ຫຼັງຈາກນັັ້ນ, ວິ
ຊາການຂອງຝ່າຍລາວກໍ່ໄດ້ນຳໃຊ້ເປັນເວລາ 7 ເດືອນ, ມາຮອດປະຈຸບັນ, ເຫັນວ່າການນຳໃຊ້ອຸປະກອນແລະເຕັກນິກດັ່ງກ່າວໄດ້ມາດ
ຕະຖານຂອງໂຄງການແລະບໍ່ມີບັນຫາຫຍັງເກີດຂຶ້ນທັງສອງຝ່າຍຈີນ-ລາວ. ນອກນັ້ນ, ທັງສອງຝ່າຍຍັງໄດ້ຮ່ວມປະເມີນແລະກວດກກາຄຸນ
ນະພາບມາດຕະຖານຂອງໂຄງການດັ່ງກ່າວເຫັນວ່າໄດ້ມາດຕະຖານເປັນຢ່າງດີ. ສະນັ້ນ, ທ່ານກ່າວອີກວ່າ:

ໂທລະພາບແຫ່ງຊາດລາວຂໍໃຫ້ຄໍາໝັ້ນສັນຍາວ່າຈະນໍາໃຊ້ອຸປະກອນເຕັກນິກຊ່ວຍເຫຼືອດັ່ງກ່າວໃຫ້ເກີດດອກອອກຜົນຕາມຈຸດປະສົງມຸ້ງ
ໝາຍລັດຖະບານ ສປ ຈີນ ທີ່ໃຫ້ການຊ່ວຍເຫຼືອ ລັດຖະບານ ສປປ ລາວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ