ຈັດ​ການ​ພົບ​ປະ​ກັນ​ປະ​ຈຳ​ປີ​ຄັ້ງ​ທີ 2 ລະ​ຫວ່າງ​ລັດ​ຖະ​ມົນ​ຕີ​ກະ​ຊວ​ງ​ການ​ຕ່າງ​ປະ​ເທດ​ຈີນ-ກາ​ນາ​ຕາ
2017-08-10 17:00:32  cri 
ທ່ານ​ຫວາງ​ຢີ້ ລັດ​ຖະ​ມົນ​ຕີ​ກະ​ຊວງ​ກາ​ນ​ຕ່າງ​ປະ​ເທດ​ຈີນ​ແລະ​ທ່ານ​ນາງ​ຄ​ຣິ​ສ​ເທຍ ຟ​ຣິ​ລັນດ, ລັດ​ຖະ​ມົນ​ຕີກະ​ຊວງ​ການ​ຕ່າງ​ປະ​ເທດ​ກາ​ນາ​ດາ​ໄດ້​​ພົບ​ປະ​ປະ​ຈຳ​ປີ​ຄັ້ງ​ທີ​ສອງ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ສ​ປ ຈີນ. ສອງ​ຝ່າຍ​ກ່າວ​ວ່າ​ຈະ​ຕັ້ງ​ໜ້າ​​ຈັດ​ຕັ້ງປ​ະ​ຕິ​ບັດ​ຄວາມ​ເປັນ​ເອກ​ກະ​ພາບ​ກັນ​​ທີ່ສຳ​ຄັນ​ລະ​ຫວ່າງ​ຜູ້​ນຳ​ສອງ​ປະ​ເທດ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດ​ຖະ​ກິດ​ການ​ຄ້າ, ການ​ປະ​ຕິ​ບັດ​ກົດ​ໝາຍ​, ວັດ​ທະ​ນະ​ທຳ​ແລະ​ອື່ນໆ, ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນ​ແລະ​ບັນ​ຫາ​ອ່ອນ​ໄຫວ​ຢ່າງ​ເໝາະ​ສົມ, ຊຸກ​ຍູ້​ໃຫ້​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃຫຍ່ກວ່າ​ເກົ່າ. ສອງ​ຝ່າຍ​ຍັງ​ໄດ້​ປຶກ​ສາ​ຫາ​ລື​ບັນ​ຫາ​ພາກ​ພື້ນ​ແລະ​ສາ​ກົນ​ທີ່​ກ່ຽວ​ຂ້ອງອື່ນໆ​ຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ