ທະ​ນາ​ຄານ​ພັດ​ທະ​ນາ​ໃໝ່​ບ​ຣິກ​ສ​ຈະ​ຕັ້ງ​ສາ​ຂາ​ແຫ່ງທຳ​ອິດ​ຢູ່​ອາ​ຟ​ຣິກ​ກາ​ໃຕ້
2017-08-11 10:52:51  cri 
ທ່ານ​ຄາ​ມັດ ຜູ້​ວ່າ​ການ​ທະ​ນາ​ຄານ​ພັດ​ທະ​ນາ​ໃໝ່​ບ​ຣິກ​ສ(BRICS)ເປີດ​ເຜີຍ​ຢູ່​ຊຽງ​ໄຮ​ໃນ​ວັນ​ທີ 9 ສິງ​ຫາ​ນີ້​ວ່າ: ທະ​ນາ​ຄານ​ຕົນ​ຈະ​ເປີດ​ສາ​ຂາ​​ປະ​ຈຳ​ພາກ​ພື້ນ​ແຫ່ງທຳ​ອິດ​​ຢູ່ອາ​ຟ​ຣິກ​ກາ​ໃຕ້​ໃນ​ວັນ​ທີ 17 ສິງ​ຫາ​ນີ້ ເຊິ່ງ​ສາ​ຂາດັ່ງ​ກ່າວ​ຈະ​ຊ່ວຍ​ຊຸກ​ຍູ້​ການ​ປະ​ຕິ​ບັດ​ແລະ​ກຽມ​ໂຄງ​ການ​ຢູ່​ອາ​ຟ​ຣິກ​ກາ​ໃຫ້​ມີ​ປະ​ສິດ​ທິ​ຜົນຫຼາຍກວ່າ​ເກົ່າ​ຈົນ​ກາຍ​ເປັນ​ປ່ອງ​ຢ້ຽມ​ຫັນ​ໜ້າ​ສູ່​ອາ​ຟ​ຣິກ​ກາ.

ທ່ານ​ຄາ​ມັດ​ກ່າວ​ວ່າ, ຕາມ​ແຜນ​ງານໃນ 5 ປີ​ຕໍ່​ໜ້າ, ຄາດ​ວ່າ​ ເງິນ​ກູ້ 2/3 ຈະ​ນຳ​ໃຊ້​ເຂົ້າ​ໃນ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ການ​ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ. ສ່ວນ​ຂະ​ບວນ​ການ​ພັດ​ທະ​ນາ​ຂອງ​ກຸ່ມ​ເສດ​ຖະ​ກິດ​ທີ່​ພັດ​ທະ​ນາ​ໃໝ່​ໂດຍ​ມີ​ຈີນ​ເປັນ​ຕົວ​ແທນ​ນັ້ນ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ເຕັມ​ທີ່​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ​ການ​ສະ​ໜັບ​ສະ​ໜູນ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ແບບ​ຍືນ​ຍົງ​ມີ​ຄວາມ​ສຳ​ຄັນຫຼາຍ​ສຳ​ລັບ​ປະ​ເທດ​ສະ​ມາ​ຊິກບ​ຣິກ​ສ ທັງ​ເປັນ​ຄວາມ​ຫວັງທີ່​ທະ​ນາ​ຄານ​ຕົນຈະ​ລົງ​ທຶນ​ເຂົ້າ​ໃນ​ຂົງ​ເຂດ​ນີ້ຫຼາຍກວ່​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ