ປະ​ທາ​ນາ​ທິ​ບໍ​ດີ​ອີ​ຣານ​​ແຕ່ງ​ຕັ້ງ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ເພດ​ຍິງ 3 ທ່ານ
2017-08-11 10:58:26  cri 
ສື່ມວນ​ຊົນ​ອີ​ຣານ​ລາຍ​ງານ​ໃນ​ວັ​ນ​ທີ 10 ສິງ​ຫາ​ນີ້​ວ່າ: ທ່ານ​ຮາ​ຊັນ ຣູ​ຮາ​ນີ ປະ​ທາ​ນາ​ທິ​ບໍ​ດີ​ອີ​ຣານ​ໄດ້​ແຕ່ງ​ຕັ້ງ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ເພດ​ຍິງ 3 ທ່ານ​ຄື ທ່ານ​ນາງ​ມາ​ຊູ​ເມ ເອັບ​ເຕ​ຄາ ຊີ້​ນຳ​ວຽກ​ງານ​ແມ່​ຍິງ​ແລະ​ຄອບ​ຄົວ, ທ່ານ​ນາງ​ລາ​ຢາ ໂຈ​ເນ​ດີ ຊີ້​ນຳ​ວຽກ​ງານ​ກົດ​ໝາຍ ແລະ​ທ່ານ​ນາງ​ຊາ​ຣິນ​ໂດ​ເຮິດ ໂມ​ລາ​ເວີ​ດີ ເປັນ​ທີ່​ປຶກ​ສາ​ກົດ​ໝາຍແພ່ງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ.

ທ່ານ​ຣູ​ຮາ​ນີ​ຖືກ​​ເບິ່ງ​ວ່າ​ເປັນ​ນັກ​ການ​ເມືອງ​ຝ່າຍ​​ນິ້ມນວນ​ຂອງ​ອີ​ຣານ, ໃນ​ການ​ຫາ​ສຽງ​ ​ເລືອກ​ຕັ້ງ​ນັ້ນ,​ທ່ານ​ໄດ້​ເນັ້ນ​ບົດ​ບາດ​ສຳ​ຄັນ​ຂອງ​ແມ່​ຍິງ​ໃນ​ສັງ​ຄົມ ແລະ​ນີ້​ຄື​ມາດ​ຕະ​ການ​ສຳ​ຄັນ​ທີ່​ທ່ານ​ວາງ​ອອກຫຼັງ​ສາ​ບານ​ຕົວ​ຂຶ້ນ​ຮັບ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ອີ​ຣານ​ອີກວາ​ລະ​ໜຶ່ງ​ໃນ​ວັນ​ທີ 5 ເດືອນ​ນີ້​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ