ຈີນ​ຈະ​ປິ່ນ​ປົວ​​ຜູ້​​ເປັນ​ແກ່ນ​ຕາ​ຂຸ້ນ​ທີ່​ທຸກ​ຍາກໂດຍບໍ່​ເກັບ​ຄ່າ
2017-08-11 11:07:20  cri 

ຫວ່າງ​ບໍ່​ດົນ​ມາ​ນີ້, ຫ້ອງການຫຼຸດຜ່ອນ​ຄວາມທຸກ​ຍາກ​ລັດຖະບານ ​ແລະ ຄະນະ​ກຳມະການສາທາລະນະ​ສຸກ ​ແລະ ​ແຜນການ​ຄອບຄົວ​ແຫ່ງ​ຊາດ​ຈີນ ​ໄດ້​ຮ່ວມ​ກັນ​ເຜີຍ​ແຜ່ "​ແຜນ​ວຽກ​ໃນ​ໂຄງການຫຼຸດຜ່ອນ​ຄວາມທຸກ​ຍາກ​ດ້ວຍ​ແສງ​ສະຫວ່າງ" ​ເພື່ອ​ຮັບປະກັນ​​ການ​ບັນລຸ​​ຊີວິດ​ການ​ເປັນ​ຢູ່​ທີ່​ອີ່ມໜຳສຳລານຢ່າງຮອບດ້ານ. ​ແຜນ​ວຽກ​ດັ່ງກ່າວ​ໄດ້​ລະບຸ​ວ່າ: ນັບ​ແຕ່​ປີ​ນີ້​ເປັນຕົ້ນ​ໄປ, ຈະ​ປິ່ນປົວ​​ຜູ້​​ເປັນ​ແກ່ນ​ຕາ​ຂຸ້ນ​ທີ່​ທຸກ​ຍາກ​ແລະ​ໄດ້​ຂຶ້ນ​ທະບຽນ​ນັ້ນ ​ໂດຍ​ບໍ່​​ເກັບ​ຄ່າ ​​ເພື່ອ​ເຮັດ​ໃຫ້ຮອດ​ປີ 2020 ຈະ​ເຮັດ​ໃຫ້​ຜູ້​​ເຈັບ​ເປັນ​ທີ່​ໄດ້​ຂຶ້ນ​ທະບຽນ​ໄວ້​ນັ້ນ​ໄດ້​ຮັບ​ການ​ກວດ​ແລະ​ປິ່ນປົວ​​ທຸກ​ຄົນ ທັງ​ຈະ​ສ້າງ​ກົນ​ໄກ​ທີ່​ມີ​ປະສິດທິ​ຜົນ​ໃນ​ໄລຍະ​ຍາວ​ນານ.

​ເຈົ້າໜ້າ​ທີ່​ຄະນະ​ກຳມະການ​ສາທາລະນະ​ສຸກ ​ແລະ ​ແຜນການ​ຄອບຄົວ​ແຫ່ງ​ຊາດຈີນ ​ໄດ້​ໃຫ້​ຮູ້​ວ່າ: ​ພະຍາດແກ່ນ​ຕາ​ຂຸ້ນຍັງ​ຄົງ​ແມ່ນ​ສາ​ເຫດອັນ​ດັບ​ໜຶ່ງ​ທີ່ພາ​ໃຫ້​​ເກີດຕາ​ບອດຢູ່​ປະ​ເທດ​ຕົນ, ຂະນະ​ທີ່​ການ​ປິ່ນປົວ​ຜູ້​​ເປັນ​ແກ່ນ​ຕາ​ຂຸ້ນ​ທີ່​ທຸກ​ຍາກ​ຢູ່​ຊົນນະບົດ ​ແມ່ນ​ມາດ​ຕະການ​ສຳຄັນ​ໃນ​ການ​ຊຸກຍູ້​ວຽກ​ງານ​ປ້ອງ​ກັນ ​ແລະ ປິ່ນປົວ​ຕາບອດ ພ້ອມ​ທັງ​ຮັບປະກັນ​ໃຫ້​ຜູ້​ທຸກ​ຍາກ​ຢູ່​ຊົນນະບົດ​ຫຼຸດພົ້ນອອກຈາກ​ຄວາມທຸກ​ຍາກ​ເມື່ອ​ຮອດ​ປີ 2020.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ