ກອງທັບ​ລັດຖະບານ​ຟິລິບ​ປິນສູ້​ຮົບ​ກັບ​ກຸ່ມ​ປະກອບ​ອາວຸດ​ອາ​ບູຊາ​ຢັບ
2017-08-11 11:09:34  cri 

ກອງທັບ​ລັດຖະບານ​ຟິລິບ​ປິນ​ໄດ້​ສູ້​ຮົບ​ກັບ​ກຸ່ມ​ປະກອບ​ອາວຸດ​ອາ​ບູຊາ​ຢັບຢູ່​ແຂວງ​ຊູ​ລູ ທາງ​ພາກ​ໃຕ້​ປະ​ເທດດັ່ງກ່າວ​ໃນ​ວັນ​ທີ 10 ສິງຫາ​ນີ້ ສົ່ງ​ຜົນ​ເຮັດ​ໃຫ້​ທະຫານ 2 ຄົນ​ແລະ​ກຸ່ມ​ປະກອບ​ອາວຸດ​ດັ່ງກ່າວ 5 ຄົນ​ເສຍ​ຊີວິດ. ນອກ​ນີ້ ຍັງ​ມີທະຫານ​ໜຶ່ງ​ຄົນ ​ແລະ ກຸ່ມ​ປະກອບ​ອາວຸດຫຼາຍຄົນ​ບາດ​ເຈັບ.

ທ່ານ​ຊີຣີລີ​ໂຕ ​ໂຊ​ເບ​ຈາ​ນາ ຜູ້​ບັນຊາ​ການ​ກອງຕີ​ພິ​ເສດ​ປະສົມ​ຊູ​ລູ ​ຢືນຢັນວ່າ: ​ເວລາ​ປະມານ 4:00 ​ໂມງ​ຂອງ​ວັນ​ດັ່ງກ່າວ, ທະຫານ​​ເຮືອ​ສູ້​ຮົບ​ທາງບົກ​ກອງ​ໜຶ່ງ​ທີ່​ເຂົ້າຮ່ວມຊ່ວຍ​ເຫຼືອຜູ້​ຖືກ​ຈີ້​ເປັນ​ຕົວ​ປະກັນ ​ໄດ້​ປະທະ​ກັບ​ກຸ່ມ​ປະກອບ​ອາວຸດ​ອາ​ບູຊາ​ຢັບ​ກຸ່ມ​ໜຶ່ງ​ທີ່​ມີປະມານ 30 ຄົນ ​ໂດຍ​ໄດ້​ຕໍ່​ສູ້ກັນ​ປະມານ 1 ​ຊົ່ວ​ໂມງ, ​ແຕ່​ກອງທັບ​ລັດຖະບານ​ບໍ່​ສາມາດ​ພົບ​ຜູ້​ຖືກ​ຈີ້​ເປັນ​ຕົວ​ປະກັນ.

ຂ່າວ​ລາຍ​ງານ​ວ່າ: ​ເມື່ອ​ວັນ​ທີ 15 ກໍລະກົດ​ຜ່ານ​ມາ, ກຸ່ມ​ປະກອບ​ອາວຸດ​ອາ​ບູຊາ​ຢັບ ​ໄດ້​ຈີ້​ຊາວບ້ານ​ແຫ່ງ​ຢູ່​ທ້ອງ​ຖິ່ນ​ດັ່ງກ່າວ 4 ຄົນ ​ແລະ​ໄດ້​ປະກາດວ່າ: ຖ້າ​ບໍ່​ມອບ​ຄ່າ​​​ໄຖ່​ກ່ອນ​ເວລາ 15:00 ​ໂມງ​ຂອງ​ວັນ​ທີ 10 ສິງຫາ​ນີ້ ກໍ​ຈະ​ປະຫານ​ຜູ້​ຖືກ​ຈີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ