ຄະນະ​ຕໍ່ຕ້ານ​ການ​ຕິດຕັ້ງລະບົບ "​ທາດ" ສ.​ເກົາຫຼີ ທວງ​ໃຫ້​ລັດຖະບານ​ຢຸດ​ການ​ຕິດຕັ້ງລະບົບ​ດັ່ງກ່າວ
2017-08-11 11:11:27  cri 

ປະຊາຊົນ​ເມືອງ​ຊິງ​ຈູ ​ແລະ​ເມືອງ​ກິມ​ເຊນ ພ້ອມ​ດ້ວຍ 6 ຄະນະ​ໃຫຍ່​​ຕໍ່ຕ້ານ​ການ​ຕິດຕັ້ງລະບົບ​ຕ້ານ​ຂີ​ປະ​ນາ​ວຸດ "ທາດ" ​ໄດ້​ຈັດ​ພິທີ​ຖະ​ແຫຼງຂ່າວ​ຢູ່​ໃກ້ສະຖານ​ທີ່​ຕິດຕັ້ງລະບົບ "ທາດ" ​ເມືອງ​ຊິງ​ຈູ ​ແຂວງກິງ​ຊາງ​ເໜືອ​ປະ​ເທດ ສ.​ເກົາຫຼີ ​ໃນ​ວັນ​ທີ 10 ສິງຫາ​ນີ້ ​ໂດຍ​ຄັດຄ້ານ​ລັດຖະບານ​ປະ​ເທດ​ຕົນ​ທີ່​ຈະກວດກາຄື້ນ​ແມ່​ເຫຼັກ​ໄຟຟ້າ​ຖານ​ຕິດຕັ້ງລະບົບ "ທາດ" ​ເມືອງ​ຊິງ​ຈູ ​ໃນວັນ​ດັ່ງກ່າວ ​ແລະ​ຈາກ​ການ​ຄັດຄ້ານ​ຢ່າງ​ຮຸນ​ແຮງ​ຂອງ​ປະຊາຊົນ​ທ້ອງ​ຖິ່ນ ​ແລະ ຄະນະ​ຈັດຕັ້ງຊາວ​ເມືອງ​ຕ່າງໆ, ການ​ກວດກາ​ຄື້ນ​ແມ່​ເຫຼັກ​ໄຟຟ້າ​ເທື່ອ​ນີ້ຈຶ່ງຖືກ​ໂຈະ​ໄວ້.

ຜູ້​ຄັດຄ້ານ​ລະບົບ​ "ທາດ" ຊີ້​ວ່າ: ການ​ກວດກາ​ຄື້ນ​ແມ່​ເຫຼັກ​ໄຟຟ້າ​ທີ່​ລັດຖະບານ​ປະ​ເທດ​ຕົນ​ຈະ​ດຳ​ເນີນ​ນັ້ນ ​ກໍ​ເພື່ອ​ເຮັດ​ໃຫ້ການ​ປະ​ເມີນ​ຜົນ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມ​ໃນ​ບໍລິ​ເວນ​ນ້ອຍ​ຊອບ​ດ້ວຍ​ກົດໝາຍ ສະນັ້ນຈຶ່ງສະ​ແດງ​ທ່າ​ທີ​ຄັດຄ້ານຢ່າງ​ຮຸນ​ແຮງ. ພ້ອມ​ກັນນັ້ນ ກໍ​ໄດ້ 4 ຂໍ້​ສະ​ເໜີ​ຕໍ່​ລັດຖະບານ ຄື ໜຶ່ງ, ລັດຖະບານຕ້ອງ​ຢຸດ​ການ​ປະ​ເມີນ​ຜົນ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມ​ໃນ​ບໍລິ​ເວນ​ນ້ອຍ​ນັ້ນທັນທີ; ສອງ, ຢຸດ​ການ​ນຳໃຊ້​ລະບົບ "ທາດ" ທັນທີ ​ແລະ ຮື້​ຖອນ​ລະບົບ​ດັ່ງກ່າວ​ອອກຈາກປະ​ເທດ​; ສາມ, ຢຸດ​ການດຳ​ເນີນ​ງາ​ນທີ່​ກ່ຽວຂ້ອງ​ໃນການ​ຕິດຕັ້ງລະບົບ​ດັ່ງກ່າວ ​ແລະ ດຳ​ເນີນ​ການ​ປະ​ເມີນ​ຜົນ​ກະທົບ​ຕໍ່​ສະ​ພາບ​ແວດ​ລ້ອມ​ທາງ​ຍຸດ​ທະ​ສາດ ຫຼັງຖອນ​ລະບົບ​ດັ່ງກ່າວ​ອອກ​ໄປ ​ແລະ​ສີ່, ສືບສວນ-ສອບ​ສວນຂະ​ບວນການ​ຕິດຕັ້ງລະບົບ "ທາດ" ທີ່​ຜິດກົດໝາຍຢ່າງຮອບດ້ານ ທັງ​ລົງ​ໂທດ​ຜູ້​ຮັບຜິດຊອບຢ່າງ​ເຂັ້ມງວດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ