ຖື​ເອົາວິທີ​ທາງ​ການ​ທູດ​ເປັນ​ໃຈກາງ​ໃນ​ການແກ້​ໄຂ​ບັນຫາ​ນິວ​​ເຄລຍ​ແຫຼມ​​ເກົາຫຼີ​
2017-08-11 15:41:51  cri 

ທ່ານ​ເຈ​ມສ໌ ມາຕິ​ສ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ໃນ​ວັນ​ທີ 10 ສິງຫາ​ນີ້​ວ່າ: ອາ​ເມ​ລິ​ກາ​ຈະ​ຖື​ເອົາ​ວິທີ​ທາງ​ການ​ທູດ​ເປັນ​ໃຈກາງ​ໃນ​ການ​ແກ້​ໄຂ​ບັນຫາ​ນິວ​ເຄລຍ​ແຫຼມ​ເກົາຫຼີ.

ທ່ານ​ມາຕິ​ສ ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ໃນ​ວັນ​ດັ່ງກ່າວ​ວ່າ: ​ໃນ​ການສະ​ແຫວງ​ຫາ​ການ​ແກ້​ໄຂ​ບັນຫາ​ນິວ​ເຄລຍ​ແຫຼມ​ເກົາຫຼີນັ້ນ, ອາ​ເມ​ລິ​ກາ​ຖື​ເອົາວິທີ​ທາ​ງການ​ທູດ​ເປັນ​ໃຈກາງ ​ແລະ​ພວມ​​ເປັນ​ຮູບ​ປະ​ທຳ. ຂະນະ​ດຽວ​ກັນ, ທ່ານ​ມາຕິ​ສ ກໍ​ເນັ້ນວ່າ: ຖ້າ​ຢູ່​ແຫຼມ​ເກົາຫຼີ​ເກີດ​ສົງຄາມ​ກໍ​ຈະ​ພາ​ໃຫ້​ເກີດ​ຜົນຢ້ອນຫຼັງ​ທີ່​ເປັນ​ໄພພິບັດ.

​ສ່ວນ​ກໍລະນີ​ທີ່​ທ່ານ​ໂດ​ນັນ ທຣຳ ປະທານາທິບໍດີ​ອາ​ເມ​ລິ​ກາ​ໄດ້ຫວ່ານ​ຖ້ອຍ​ຄວາມ​ທີ່​ເປັນ​ການສະ​ແດງທ່າ​ທີ​​ແຂງກະດ້າງ​ຕໍ່ ສປປ ​ເກົາຫຼີ​ເມື່ອ​ບໍ່​ດົນ​ມາ​ນີ້ນັ້ນ, ທ່ານ​ມາຕິ​ສ ກ່າວ​ວ່າ: ທ່ານ​ທຣຳພວມ​ຄິດ​ຫາ​ທາງ​ແກ້​ໄຂ​ບັນຫາ​ນິວ​ເຄລຍ​ແຫຼມ​ເກົາຫຼີດ້ວຍ​ທາງ​ການ​ທູດ, ​ແຕ່ການສະ​ແດງ​ທ່າ​ທີທີ່​ແຂງກະດ້າງ​ຂອງ​ທ່ານ​ເປັນ​ພຽງ​ແຕ່​ສະ​ແດງ​ໃຫ້​ເຫັນ​​ເຖິງ​ຄວາມ​ເປັນ​ຫ່ວງ​ຕໍ່​ບັນຫາ​ດັ່ງກ່າວ​ເທົ່າ​ນັ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ