ທ່ານ​ດູ​ເຕີ​ເຕຮຽກຮ້ອງ​ໃຫ້​ບັນດາ​ຝ່າຍ​ຄວນ​ເຊັນ​ສັນຍາ RECP ​ໂດຍ​ໄວ
2017-08-11 15:44:45  cri 

ໜັງສືພິມ "ມະນີ​ລາ​ບູ​ເລ​ຕິນ" ຂອງ​ຟິລິບ​ປິນ ລາຍ​ງານ​ວ່າ: ທ່ານ​ໂຣດຣີ​ໂກ ດູ​ເຕີ​ເຕ ປະທານາທິບໍດີ​ຟິລິບ​ປິນ ​ໄດ້​ຮຽກຮ້ອງ​ຂະນະ​ປາ​ໄສ​ໃນ​ພິທີ​ປິດ​ບັນດາ​ກອງ​ປະຊຸມ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ອາ​ຊຽນຫວ່າງ​ມໍ່ໆ​ມາ​ນີ້​ວ່າ: ບັນດາ​ຝ່າຍ​ທີ່​ມີ​ຜົນ​ປະ​​ໂຫຍ​ດຮ່ວມ​ກັນຄວນ​ເລັ່ງຊຸກຍູ້ ​ແລະ ​ເຊັນ​ສັນຍາ​ການ​ພົວພັນ​ຄູ່​ຮ່ວມ​ເສດຖະກິດ​ຮອບດ້ານ​ໃນ​ພາກ​ພື້ນ ຫຼື RECP ​ໂດຍ​ໄວ ​ເພື່ອ​ຮ່ວມ​ກັນ​ຊຸກຍູ້​ການ​ເຕີບ​ໂຕ​ແບບ​ກວມ​ລວມ​ໃນ​ພາກ​ພື້ນ ພ້ອມ​ທັງ​ຕໍ່ຕ້ານ​ລັດທິ​ປົກ​ປ້ອງ​ການ​ຄ້າ.

ທ່ານ​ດູ​ເຕີ​ເຕ ​ກ່າວ​ວ່າ: ບັນດາ​ປະ​ເທດ​ໃນ​ອາ​ຊຽນຄວນປະ​ເຊີນ​ກັບ​ສະພາບ​ເສດຖະກິດ​​ໂລກາ​ພິວັດ​​ໃນ​ປັດຈຸບັນ​ໃຫ້​ຖືກ​ເປົ້າ ​ໂດຍ​​ບໍ່​ຄວນ​ຖື​ເອົາ​ຄວາມສຸກເປັນ​ສິດ​ຂອງ​ຄົນ​ຈຳນວນ​ໜ້ອຍ​ເທົ່າ​ນັ້ນ, ຫາກ​ເປັນ​ຂອງ​ທຸກ​ຄົນ​ໃນ​ຊີວິດ​ຂອງ​ຕົນ. ບັນດາ​ປະ​ເທດ​ໃນ​ອາ​ຊຽນຄວນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ໃຫຍ່ຫຼວງກວ່າ​ເກົ່າ​ໃນ​ດ້ານ​ການ​ຄ້າ​ເສລີ ​ແລະ ຄັດຄ້ານ​ລັດທິ​ປົກ​ປ້ອງ​ການ​ຄ້າ ສະນັ້ນ, ຝ່າຍ​ຕ່າງໆ​ຄວນ​ສະໜັບສະໜູນ​ການ​ເຈລະຈາ RECP ທີ່​ລິ​ເລີ່​ມການ​ເຕີບ​ໂຕ​ແບບ​ກວມ​ລວມ ​ທັງພິຈາລະນາ​ເຖິງ​ສະພາບ​ຄວາມ​ເປັນ​ຈິງ​ຂອງ​ບັນດາ​ປະ​ເທດ ​​ແລະ​ພະຍາຍາມ​ໃຫ້​ບັນລຸ​ກາ​ນ​ເຊັນ​ສັນຍາ​ດັ່ງກ່າວ​ກ່ອນ​ທ້າຍ​ປີ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ