ຄາດ​ວ່າ ປີ​ນີ້ GDP ​​ຫວຽດ​ນາມຈະ​ເພີ່ມ​ຂຶ້ນ 6,5%
2017-08-11 11:04:57  cri 
ວັນ​ທີ 10 ສິງ​ຫາ​ນີ້, ກະ​ຊວງ​ແຜນ​ການ​ແລະ​ການ​ລົງ​ທຶນ​ຫວຽດ​ນາມ​ໄດ້​ຄາດ​ຄະ​ເນ​ວ່າ: ປີ​ນີ້,ອັດ​ຕາ​ການ​ເຕີບ​ໂຕ​ຂອງລວມຍອດ​​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ ​ຂອງ​ປະ​ເທດ​ຕົນ​ຈະ​ຢູ່​ໃນ​ລະ​ດັບ 6,5% ເຊິ່ງຕ່ຳ​ກວ່າ​ເປົ້າ​ໝາຍ​ທີ່​ຕັ້ງ​ໄວ້ 6,7%.

ສູນ​ຂໍ້​ມູນ​ຂ່າວ​ສານ​ເສດ​ຖະ​ກິດ​ສັງ​ຄົມ​ຫວຽດ​ນາມ​ເຫັນ​ວ່າ: ສາ​ເຫດ​ທີ່​ພາ​ໃຫ້​ອັດ​ຕາ​ການ​ເຕີບ​ໂຕ​ຂອງ GDP ຕ່ຳ​ກວ່າ​ເປົ້າ​ໝາຍເປັນ​ຜົນ​ມາ​ຈາກ​ບັນ​ຫາ​ການ​ເມືອງ​ໃນ​ພາກ​ພື້ນ ຍັງ​ບໍ່​ທັນ​ມີ​ສະ​ຖຽນ​ລະ​ພາບ, ລັດ​ທິ​ປົກ​ປ້ອງ​ການ​ຄ້າ​ຂອງ​ໂລກ​ໄດ້​ກະ​ທົບ​ຕໍ່​ການ​ຄ້າ​ແລະ​ການ​ດຶງ​ດູດ​ທຶນ​ຈາກ​ຕ່າງ​ປະ​ເທດ​ລວມ​ທັງການ​ປົກ​ປ້ອງ​ການ​ຄ້າ​ແລະ​ນະ​ໂຍ​ບາຍ​ພາ​ສີ​ອາ​ກອນ​ຂອງ​ອາ​ເມ​ລິ​ກາ​ກໍກະ​ທົບ​ຕໍ່​ການ​ສົ່ງ​ອອກ​ຂອງ​ຫວຽດ​ນາມ ກໍ​ຄືລາ​ຄາ​ນ້ຳ​ມັນ​ເຊື້ອ​ໄຟ​ຕົກ​ຕ່ຳ​ລົງ​ເຮັດ​ໃຫ້​ມູນ​ຄ່າ​ການ​ສົ່ງ​ອອກ​ຫຼຸດ​ລົງ​ແລະ​ອື່ນໆ.

ໃນ 6 ເດືອນ​ຕົ້ນ​ປີ​ນີ້, ອັດ​ຕາ​ການ​ເຕີບ​ໂຕ​ຂອງ GDP ຂອງ​ຫວຽດ​ນາມ​ຢູ່​ໃນ​ລະ​ດັບ 5,7% ຂະ​ນະ​ທີ່​ປີ 2016 ຢູ່​ໃນ​ລະ​ດັບ 6,21%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ