ຈີນໂຕ້​ຕອບ​ຫຼັງ​ກຳ​ປັ່ນ​ຮົບ​ອາ​ເມ​ລິ​ກາ​ເຂົ້າ​ສູ່​ເຂດ​ທະ​ເລ​ໃກ້​ເກາະ​ທີ່​ກ່ຽວ​ຂ້ອງ​ຕາມ​ໝູ່​ເກາະ​ນານ​ຊ່າ
2017-08-11 11:06:19  cri 
ທ່ານ ເກີງ​ສວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ: ໃນ​ວັນ​ທີ 10 ສິງ​ຫາ​ນີ້, ກຳ​ປັ່ນ​ສະ​ກັດ​ລູກ​ສອນ​ໄຟ​ USS John S.McCain ຂອງກອງ​ທັບ​ອາ​ເມ​ລິ​ກາ​ໄດ້ເຂົ້າ​ສູ່​ເຂດ​ທະ​ເລ​ໃກ້​ເກາະ​ທີ່​ກ່ຽວ​ຂ້ອງ​ຕາມ​ໝູ່​ເກາະ​ນານ​ຊ່າ​ຂອງ​ຈີນ​ຕາມ​ລຳ​ພັງ​​ໂດຍ​ບໍ່​ໄດ​ຮັບ​​ອະ​ນຸ​ມັດ​ຈາກ​ລັດ​ຖະ​ບານ​ຈີນ. ​ຈາກ​ນັ້ນ ກອງ​ທັບ​ຈີນ​ໄດ້​ສົ່ງ​ກຳ​ປັ່ນ​ຮົບ​ໄປ​ກວດ​ກາ​​ກຳ​ປັ່ນ​ຂອງ​ອາ​ເມ​ລິ​ກາ​ຕາມ​ກົດ​ໝາຍ ແລະ​ໄດ້​ໄລ່​ເພື່ອ​ເປັນ​ສັນ​ຍານເຕືອນ​ນຳ​ອີກ. ການ​ກະ​ທຳຂອງ​ກຳ​ປັ່ນ​ຮົບ​ອາ​ເມ​ລິ​ກາ​ໄດ້​ລະ​ເມີດ​ກົດ​ໝາຍ​ຂອງ​ຈີນ​ແລະ​ກົດ​ໝາຍ​ສາ​ກົນ ທັງ​ທຳ​ລາຍ​ອະ​ທິ​ປະ​ໄຕ​ແລະ​ຄວາມ​ໝັ້ນ​ຄົງ​ຂອງ​ຈີນ​ຢ່າງ​ໜັກ​ໜ່ວງ ລວມ​ທັງກະ​ທົບ​ຕໍ່​ຄວາມ​ປອດ​ໄພ​ດ້ານ​ຊີ​ວິດ​ຂອງ​ເຈົ້າ​ໜ້າ​ທີ່​ສອງ​ຝ່າຍ​ຢ່າງ​ໜັກ​ໜ່ວງ. ຈີນ​ສະ​ແດງ​ຄວາມ​ບໍ່​ພໍ​ໃ​ຈ​ເປັນ​ທີ່​ສຸດ​ຕໍ່​ເລື່ອງ​ນີ້ ແລະ​​ຈະ​ປະ​ນາມ​ຕໍ່​ອາ​ເມ​ລິ​ກາ​ໃຫ້​ເຖິງ​ທີ່​ສຸດ.

ທ່ານ ເກີງ​ສວງ ກ່າວ​ຕື່ມວ່າ: ການ​ກະ​ທຳ​ທ້າ​ທາຍ​ເກາະ​ຜິດ​ຂອງ​ອາ​ເມ​ລິ​ກາ​ໄດ້​ເຮັດ​ໃຫ້​ຈີນ​ຈຳ​ເປັນ​ຕ້ອງ​ໄດ້​ໃຊ້​ມາດ​ຕະ​ການ​ເພື່ອ​ຍົກຄວາມ​ສາ​ມາ​ດການ​ປ້ອງ​ກັນ​ດິນ​ແດນ​ຂອງ​ຕົນໃຫ້​ສູງ​ຂຶ້ນ​ຕື່ມ​ອີກ. ຈາກ​ນີ້​ຈຶ່ງ​ຮຽກ​ຮ້ອງ​ໃຫ້​ອາ​ເມ​ລິ​ກາ​ຄວນ​ເຄົາ​ລົບ​ອະ​ທິ​ປະ​ໄຕ​ແລະ​ຜົນ​ປະ​ໂຫຍດ​ດ້ານ​ຄວາມ​ໝັ້ນ​ຄົງ​ຂອງ​ຈີນ​ຢ່າງ​ແທ້​ຈິງ,ເຄົາ​ລົບ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ຂອງ​ປະ​ເທດ​ຢູ່​ໃນ​ພາກ​ພື້ນ​ໃນ​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ທະ​ເລ​ຈີນ​ໃຕ້​ຢ່າງ​ແທ້​ຈິງ,ບໍ່​ຄວນ​ສ້າງ​ເລື່ອງ​ທີ່​ທຳ​ລາ​ຍ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃ​ຈ​ລະ​ຫວ່າງ​ສອງ​ປະ​ເທດ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ນີ້​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ