ເດັກ​ຊາຍ​ອີ​ຕາ​ລີ​ຫຼິ້ນ Pakour 14 ປີ (ວິ​ດີ​ໂອ)
2017-08-11 16:55:28  cri 

 

​Pakour ເປັນ​ປະ​ເພດ​ກິ​ລາ​ທີ່​​ໄດ້​ຮັບ​ຄວາມນິ​ຍົມ​​ໃນ​​ທົ່ວ​ໂລກ​ໃນ​ປັດ​ຈຸ​ບັນ. ແຕ່​ກ່ອນ​ໜ້າ​ນີ້ 14 ປີ​ ບໍ່​​ຄ່ອຍນິ​ຍົມ​ປານ​ໃດ. ຂະ​ນະ​ນັ້ນ, ທ້າວໂລ​ເ​ຣນ​ໂຊ ກາ​ຊີ​ຕີ​ຢາ​ໂລ ຊາ​ວ​ອີ​ຕາ​ລີ​ ອາ​ຍຸ​ພຽງ 9 ປີ​ພັດ​ກະ​ຕື​ລື​ລົ້ນ​ຕໍ່​ການຫຼິ້ນ Pakour ຈາກການ​ສະ​ໜັບ​ສະ​ໜູນ​ຂອງ​ແມ່, ລາວ​ໄດ້​ຕັ້ງ​ໜ້າ​ຕັ້ງ​ຕາຫຼິ້ນ Pakour ມາເປັນ​ເວ​ລາ 14 ປີ ແລະ​ສ້າງ​ຄວາມ​ເປັນ​ເອ​ກະ​ລັກ​​ພິ​ເສດ​ຂອງ​ຕົນ. ລາວເຄີຍ​ໄປ​ເຂດ​ກາ​ຊາ​ທີ່​ອັນ​ຕະ​ລາຍ ເພື່ອຫຼິ້ນ Pakour ທ່າມ​ກາງ​ສົງ​ຄາມ ແລະ​ຊາກ​ອາ​ຄານ. ທ້າວ​ໂລ​ເ​ຣນ​ໂຊ​ເວົ້າ​ວ່າ, ການຫຼິ້ນ Pakour ບໍ່​ພຽງ​ແຕ່​​ເພື່ອ​ທ້າ​ທາຍ​ຕໍ່​ອຸ​ປະ​ສັກ​ຕ່າງໆ​ເທົ່າ​ນັ້ນ, ຫາກຍັງ​ຕ້ອງ​ຜ່ານ​ຜ່າ​ອຸ​ປະ​ສັກ​ທາງ​ຈິດ​ໃຈ​ຕື່ມ​ອີກ ເພາະ​ມັນ​ບໍ່​ພຽງ​ແຕ່​ເປັນ​ການ​ແຂ່ງ​ຂັນ​ສີ​ມື​ໃນ​ສະ​ໜາມ​ຝຶກ​ຊ້ອມ​ແລະ​ຕາມ​ຖະ​ໜົນ​ຫົນ​ທາງ​ເທົ່າ​ນັ້ນ, ຫາກ​ຍັງ​ເປັນ​ຊີ​ວິດ​ທີ່ທ້າ​ທາຍ​​ຕົນ​ເອງ ​ແລະ​ເພື່ອ​ຄວາມ​ຊົງ​ຈຳ​ໃນ​ຊີ​ວິດ​ຂອງ​ເຮົາ​ເອງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ